Google ໄດ້ສັ່ງລຶບຫຼາຍກວ່າ 60 ເກມຈາກ Play Store ຫຼັງຈາກກວດພົບ malware ທີ່ສະແດງໂຄສະນາລາມົກ.
Google ສັ່ງລຶບຫຼາຍກວ່າ
60 ເກມໃນ Play Store ຫຼັງຈາກກວດພົບວ່າ malware ທີ່ສະແດງໂຄສະນາ ໂປ້ ໃນ ແອັບເກມ. ເຊິ່ງຄາດວ່າມີເປົ້າຫມາຍແມ່ນແນໃສ່ຊາວຫນຸ່ມເຍົາວະຊົນອາຍູນ້ອຍ.
ໂດຍບາງເກມໄດ້ຖືກລຶບອອກ ຍົກຕົວຢ່າງເຊັ່ນ: Five Nights Survival Craft ແລະ McQueen Car Racing Racing ທີ່ດາວມີຍອດໂຫລດຫຼາຍກ່ວາ 1 ລ້ານເທື່ອ.
malware ໂຕນີ້ມີຊື່ວ່າ
Adult
Swine, ໂດຍຈະສະແດງໂຄສະນາທີ່ບໍ່ເຫມາະສົມ.
ເຊິ່ງມີພາບໂຄສະນາເປັນພາບໂປ້ ໂດຍຫວັງທີ່ຈະຫຼອກລວງໃຫ້ຄົນທີ່ຈະກົດເຂົ້າໄປດາວໂຫລດແອັບ ຄວາມປອດໄພປອມ.
ແລະ ພະຍາຍາມເຮັດໃຫ້ຜູ້ໃຊ້ລົງທະບຽນເປັນຜູ້ໃຊ້ງານລະດັບສູງສຸດ. ເພື່ອຫວັງຫຼອກເອົາເງິນທາງ
Google ໄດ້ກ່າວວ່າ, "ພວກເຮົາລຶບ app ອອກຈາກ Play Store ແລະ ໂຈະບັນຊີຂອງນັກພັດທະນາ ແລະ ມັນຈະເຕືອນທຸກຄົນທີ່ດາວໂຫລດແອັບເຫຼົ່ານີ້ໃຫ້ຮູ້.
"
ເມື່ອ app ທີ່ມີ malware ຖືກຕິດຕັ້ງຢູ່ໃນເຄື່ອງຂອງທ່ານ ມັນຈະລໍຖ້າຈົນກ່ວາຜູ້ໃຊ້ງານ unlocked ອຸປະກອນເພື່ອໃຫ້ app malware ເຮັດວຽກ. ໂດຍການການສໍາຫຼວດເບື້ອງຕົ້ນພົບເຫັນວ່າ ບາງຄົນທີ່ໄດ້ຮີວິວ
app
ດັ່ງກ່າວ ໂດຍໃຫ້ຂໍ້ມູນວ່າ ເກມເຫຼົ່ານີ້ເມື່ອທີ່ຕິດຕັ້ງແລ້ວ
ຈະສະແດງຮູບພາບໂປ້ຂຶ້ນມາ. ນອກຈາກນັ້ນຜູ້ກວດລະບົບຍັງໄດ້ລາຍງານອີກວ່າ
malware
ດັງກ່າວ ມີຄວາມສາມາດທີ່ຈະເຊື່ອງໂຕເອງໄໄວ້ເພື່ອບໍ່ໃຫ້ມັນຖືກລຶບອອກຈາກເຄື່ອງ.
ບໍ່ພຽງແຕ່ສະແດງ
ພາບໂປ້ເທົ່ານັ້ນ. ບາງຄັ້ງຍັງເປັນການແຈ້ງເຕືອນປອມ
ວ່າສະມາດໂຟນຂອງຜູ້ໃຊ້ໄດ້ຕິດເຊື້ອໄວຣັສ. ຫຼັງຈາກນັ້ນກໍ່ໃຫ້ຜູ້ໄຊ້ເຊື່ອມຕໍ່ເຂົ້າລິ້ງປອມເພື່ອດາວໂຫລດ
app
ທີ່ກໍາຈັດເຊື້ອໄວຣັສອອກໄປ.
ທັງນີ້ ທັງນັ້ນ Google ໄດ້ສະເຫນີຄໍາແນະນໍາວ່າມີເຄື່ອງມື Google
Play Protect, ເຊິ່ງກວດສອບເບິ່ງ ແອັບ ທີ່ຜູ້ໃຊ້ງານດາວໂຫລດເພື່ອຫາສິ່ງທີ່ຜິດປົກກະຕິ.
Google
ຍັງເວົ້າກ່ຽວກັບ Family collection ໃນ Play
Store ເຊິ່ງຊ່ວຍໃນການຊອກຫາແອັບພຣິເຄຊັ່ນທີ່ເຫມາະສົມກັບອາຍຸຂອງຜູ້ໃຊ້ງານ
ແລະ Family
Link, ເຊິ່ງເປັນໂປແກມສຳລັບຄອບຄົວຄອບຄົວທີ່ຈະຈັດການໄດ້ວ່າ
ແອັບພິເຄຊັ່ນໃດສມາດໃຊ້ກັບເດັກນ້ອຍໃດ້. ໂດຍທັງ 60 ເກມທີ່ຖືກລຶບຖິ້ມໄປນັ້ນບໍ່ແມ່ນສ່ວນຫນຶ່ງຂອງໂປແກມສຳລັບຄອບຄົວ.
ອ້າງອີງ: beartai
ไม่มีความคิดเห็น:
แสดงความคิดเห็น