ວັນວາເລນໄທນ໌ແມ່ນວັນຫຍັງ ແລະ ເກີດຂຶ້ນໄດ້ແນວໃດ ?
ວາເລນໄທນ໌ ຫຼືວັນແຫ່ງຄວາມຮັກ ເປັນຫຍັງຈຶ່ງຕ້ອງເປັນວັນທີ 14 ກຸມພາ ເປັນຄຳຖາມທີ່ໜ້າສົງໃສແມ່ນບໍ່ ມີຄວາມຮູ້ກ່ຽວກັບວັນວາເລນໄທນ໌ມາເລົ່າສູ່ຟັງ ວັນວາເລນໄທນ໌ (Valentine) ແມ່ນວັນ ລະນຶກເຖິງນັກບຸນ ເຊັນຕ໌ ວາເລນໄທນ໌ (Saint Valentine) ຜູ້ປ່ຽມໄປດ້ວຍຄວາມຮັກ ແລະ ຄວາມປານີ ຕໍ່ເພື່ອນມະນຸດຢ່າງແທ້ຈິງ ແຕ່ລາວຕ້ອງຈົບຊິວິດລົງ ດ້ວຍການຮັບໂທດ ປະຫານຊີວິດໃນວັນທີ 14 ກຸມພາ ປີ ຄສ 270 ຫຼື ເມື່ອປະມານ 1,728 ປີຜ່ານມາແລ້ວໃນຈັກກະພັດໂຣມັນ ປະຫວັດຄວາມເປັນມາຂອງເລື່ອງນີ້ເກີດຂື້ນ ໃນ ຄສ ທີ 3 ມີຜູ້ນຳຊາວຄຣິສຕຽນ ຜູ້ໜຶ່ງຊື່ວ່າ "ວາເລນຕິນັສ" ເຂົ້າເປັນຄົນທີ່ມີຄວາມຈິງໃຈ ແລະ ເມດຕາເພື່ອນມະນຸດທຸກຄົນ ໃນແຕ່ລະວັນ ລາວຈະນຳເອົາອາຫານ ແລະ ຂອງໃຊ້ທີ່ຈຳເປັນ ໄປວາງໄວ້ໜ້າປະຕູເຮືອນຂອງຄົນຍາກຈົນ ໂດຍບໍ່ໃຫ້ຄົນເທົ່ານັ້ນຮູ້ ເຊິ່ງໃນສະໄໝນັ້ນລະ ອານາຈັກໂຣມັນມ່ນຍັງບໍ່ທັນຍອມຮັບສາສະໜາຄຣິສ ແລະ ໃຜທີ່ນັບຖື ສາສະໜາດັ່ງກ່າວ ຈະມີຄວາມຜິດຮ້າຍແຮງ ພວກຄຣິສຕຽນຈຶ່ງຖືກທາລຸນຂົ່ມເຫງ ຖືກບັງຄັບໃຫ້ເຊົາເປັນຄຣິສຕຽນ ຄົນໃດບໍ່ຍອມເລີກ ນັບຖືແມ່ນຈະມີຄວາມຫມາຍຮ້ານແຮງ ວາເລນຕິນັສ ກໍ່ລວມຢູ່ໃນກຸ່ມຂະບວນການທີ່ຖືກຂົ່ມເຫງ ແລະ ທໍລະມານໃຫ້ເຊົານັບຖືສາສະໜາຄຣິສ ແຕ່ລາວບໍ່ຍອມຈຶ່ງຖືກຈັບເຂົ້າຄຸກ ໃນຂໍ້ຫາເປັນຄົນຄຣິສຕຽນ ຂະນະທີ່ລາວຖືກຈັບຂັງຄຸກນັ້ນ ລາວກໍ່ພົບຮັກກັບສາວຕາບອດຄົນໜຶ່ງ ເຊິ່ງເປັນລູກສາວຂອງນາຍຄຸມຫ້ອງຂັງ ດ້ວຍຄວາມຮັກ ແລະ ຄຳອະທິຖານຂອງລາວ ພະເຈົ້າໄດ້ລົງໂຜດໃຫ້ຕາຂອງຄົນຮັກຂອງລາວ ເນມຫາຍດີເປັນປົກກະຕິ ດ້ວຍເຫດການນັ້ນຈຶ່ງເຮັດໃຫ້ຜູ້ຄຸມ ແລະ ຄອບຄົວຂອງລາວຫັນມານັບຖືສາດສະໜາຄຣິດສະຕຽນ
ເມື່ອເຫດການດັ່ງກ່າວຮູ້ເຖິງຈັກກະພັດ ຄະລາດີອຸສ ທີ 2 ຂອງໂຣມ ພະອົງຈຶ່ງເກີດຄວາມບໍ່ພໍໃຈຢ່າງຮ້າຍແຮງ ດ້ວຍການນຳລາວໄປຕີດ້ວຍໄມ້ ແລະ ນຳໄປປະຫານຊີວິດດ້ວຍການຕັດຄໍ ໃນຄືນສຸດທ້າຍ ກ່ອນຈະນຳລາວໄປປະຫານນັ້ນ ລາວໄດ້ຂຽນຈົດໝາຍສັ້ນ ເພື່ອເປັນການອຳລາຍິ່ງທີ່ລາວຮັກ ຕອນເຊົາຂອງວັນທີ 14 ກຸມພາ ຄສ 270 ວາເລນຕິນັສ ກໍ່ຖືກນຳໄປຕັດຄໍ ແລະ ເອົາສົບໄປຝັ່ງໄວ້ ທີ່ເຟມິນຽນເວ ພາຍຫຼັງຕໍ່ມາເມື່ອ ຄຣິດສາສະໜາໄດ້ມີການຍອມຮັບ ຈິ່ງໄດ້ມີການສ້າງໂບດ ຫຼັງໃຫຍ່ຄຸມທັບສຸສານຂອງລາວ ເພື່ອເປັນອະນຸສອນສະຖານ ລຳລຶກເຖິງຊີວິດ ແລະ ຄວາມດີຂອງລາວ ຄົນທົ່ວໄປປະທັບໃຈໃນຄວາມໝາຍໄປຂອງລາວ ຈຶ່ງຖືເອົາ ວັນທີ 14 ກຸມພາ ຂອງທຸກໆປີ ເປັນ " ວັນວາເລນໄທນ໌" ພາສາອັງກິດເອີ້ນວ່າ Saint Valentine's Day ຫຼື Valentine'sDay ຫຼື ວັນແຫ່ງ ຄວາມຮັກ ຕໍ່ມາໄດ້ແຜ່ລາມເຂົ້າໄປທົ່ວເອີຣົບ ອາເມຣິກາ ແລະ ອາຊີອີກ ແລ້ວເປັນຫຍັງ ວັນວາເລນໄທນ໌ຕ້ອງໃຫ້ດອກກຸຫຼາບ...ສົງໃສບໍ... ດ້ວຍເຫດຜົນທີ່ດອກກຸຫຼາບ ມີມາແຕ່ສະໄໝບູຮານ ຄວາມງົດງາມ ແລະ ກິ່ນ ອັນຊວນພິດສະໄໝຂອງດອກດັ່ງກ່າວ ເປັນທີ່ເລື່ອງລື ມາດົນນານ ແລະກ່າວເຖິງຄວາມງາມເປັນສິ່ງທີ່ສະແດງເຖິງຄວາມຮັກ ຄວາມມີໄມຕີຈິດ ຄວາມໜ້າຮັກ ແລະ ຄວາມສວຍງາມ ການບູຊາ ແລະ ການກ້ຽວພາລາສີ ດັ່ງນັ້ນ, ກູຫຼາບຈຶ່ງເປັນດັ່ງໂຕແທນແຫ່ງຄວາມຮັກ ແລະ ຄວາມອຳມະຕະຈົນມີຕຳນານເລົ່າຂານຕ່າງໆ ຕັ້ງແຕ່ສະໄໝເກຣັກ ເຊິ່ງຕຳນານເລົ່າວ່າ " ຄຣໍລິສ " ເທບທິດາແຫ່ງດອກໄມ້ ໄດ້ບັນດານໃຫ້ຮ່າງຂອງນາງໄມ້ເປັນດອກກຸຫຼາບ ແລະ ຍົກໃຫ້ເປັນລາຊະນີຂອງດອກໄມ້ ຈາກນັ້ນຕໍ່ມາໄດ້ມີການມອບດອກກຸຫຼາບໃຫ້ແກ່ "ອີຣອສ" ລູກຊາຍ ເຊິ່ງເປັນເທບແຫ່ງຄວາມຮັກ ສ່ວນໃນ ສາສະໜາຄຣິດເຊື່ອວ່າ ໃນສະໄໝພະເຢຊູຖືກຄຶງໄວ້ທີ່ໄມ້ກາງແຂນນັ້ນ ພະໂລຫິດໄດ້ໄຫຼຢົດລົງ ເທິງຕົ້ນຫຍ້າມອສ ແລະ ໄດ້ບັງເກີດເປັນຕົ້ນກຸຫຼາບທີ່ມີສີແດງສົດ ຈຶ່ງມີການເອີ້ນດອກກຸຫຼາບຊະນິດນີ້ວ່າ "ກຸຫຼາບມອສ" ນອກຂາກນັນຍັງມີການສູ້ຮົບລະຫວ່າງສອງຕະກຸນໃຫຍ່ ຄືລາຊະວົງຍອສ ເຊິ່ງໄຊ້ສັນຍາລັກເປັນດອກກຸຫຼາບສີຂາວ ແລະ ລາຊະວົງແຄຣສເຕີ ໄຊ້ດອກກຸຫຼາບແດງເປັນສັນຍາລັກ ແລະ ໄດ້ເອີ້ນສົງຄາມຄັ້ງນີ້ວ່າ "ສົງຄາມດອກກຸຫຼາບ" ເຊິ່ງເກີດໃນປີ ພສ 1948-2028 ແລະ ໃນສະໄໝຕໍ່ມາພວກກຸຫຼາບແດງໄດ້ມາແຕ່ງານກັບພວກກຸຫຼາບຂາວ ເຊິ່ງໃນປະຈຸບັນກຸຫຼາບແດງໄດ້ເປັນດອກໄມ້ປະຈຳຊາດຂອງອັງກິດ
ຍ້ອນກັບໄປອະດີດ...ກູຫຼາບ...ລາຊະນີແຫ່ງບຸບຜາ ດ້ວຍຄວາມໂດດເດັ່ນຂອງຮູບໂສມ ປະກອບກັບ ກິ່ນຫອມທີ່ມີສະເໜ່ເຍົ້າຍວນຊວນຫຼົງໄຫຼ ກຸຫຼາບຈຶ່ງເປັນດອກໄມ້ທີ່ນິຍົມມາຕັ້ງແຕ່ອະດີ ໂດຍສັນນິຖານວ່າ ກຸຫຼາບ ກຳເນີດຂຶ້ນມາແຕ່ສະໄໝ Taceous ຫຼື ເມື່ອປະມານ 40 ລ້ານປີມາແລ້ວ ໂດຍເບີ່ງໄດ້ຈາກຊາກຟອສຊິວ ນັກນັກວິທະຍາສາດ ແຕ່ຫຼັກຖານທີ່ປາກົດໃຫ້ເຫັັນເດັ່ນຊັດແມ່ນຢູ່ໃນລຫວ່າງ 5,000 ຕັ້ງແຕ່ສະໄໝ ສຸເມຣຽນ (Sumerians) ໂດຍນັກບູຮານຄະດີໄດ້ຄົ້ນພົບໃນຫຼຸມສົບຂອງກະສັດໃນສະໄໝນັ້ນ
ເຮົາມາເບິ່ງຄວາມໝາຍຂອງດອກກຸຫຼາບແຕ່ລະຊະນິດວ່າໝາຍເຖິງຫຍັງ ແຕ່ລະສີມີຄວາມໝາຍວ່າແນວໃດ - ກຸຫຼາບສີແດງ ໝາຍເຖິງຄວາມຮັກ ແລດ ຄວາມປາດຖະໜາ ເປັນດອກໄມ້ ຂອງ ຄິວປິດ ແລະ ອີຣອສ ( ກາມມະເທບ ) ເປັນສິ່ງທີ່ນຳໂຊກມາສູ່ຜູ້ຍິງທີ່ໄດ້ຮັບ
- ກຸຫຼາບສີຊົມພູ ໝາຍເຖິງຄວາມຮັກ ຄວາມຮັກທີ່ມີຄວາມສຸກຢ່າງສົມບູນທີ່ສຸດ
- ກຸຫຼາບສີເຫຼືອງ ຫຼື ສີສົ້ມ ໝາຍເຖິງຄວາມຮັກຮ້ອນແຮງ ແລະ ຍາວນານບໍ່ຈືດຈາງ ຫວານຊື່ນ ແລະ ມີຄວາມສຸກ
- ກຸຫຼາບສີຂາວ ໝາຍເຖິງ ໝາຍເຖິງ ຄວາມມີສະເໜ່ ຄວາມບໍລິສຸດ ຄວາມງຽບສະຫງົບ ແລະ ນຳໂຊກມາສູ່ຜູ້ຍິງທີ່ໄດ້ຮັບ ເຊັ່ນດຽວກັບດອກກຸຫຼາບສີແດງ
- ກຸຫຼາບຈູມ ໝາຍເຖິງຄວາມຮັກ ແລະ ຄວາມໝຸ່ມນ້ອຍ
- ກຸຫຼາບບານ ໝາຍເຖິງຄວາມຮັກທີ່ກໄລັງເບັ່ງບານ ຄວາມອ່ອນຫວານສົດຊື່ນ
ເປັນແນວໃດແນ່ກັບທີ່ມາຂອງວັນວາເລນໄທນ໌ ແລະ ຄວາມໝາຍຂອງດອກກຸຫຼາບ ທ່ານໃດມີຄູຮັກກໍ່ຢ່າລືມເບິ່ງແຍງ ແລະ ທະນຸທະໜອມຄົນທີ່ທ່ານຮັກ ແລະ ມອບດອກກຸຫຼາບເພື່ອເປັນສື່ແທນຄວາມຮັກ ແຕ່ຈັງໃດກໍ່ຕາມຄວາມຮັກ ສື່ຄວາມຮັກໃດກໍ່ບໍ່ມີຄວາມໝາຍເທົ່າກັບຄວາມຮັກທີ່ອອກມາຈາກໃຈ.

ไม่มีความคิดเห็น:
แสดงความคิดเห็น