ຂ້ອຍຮັກປະເທດລາວ

ເກີດເປັນຄົນລາວຮັກຊາດລາວຮັກບັນພະບຸລຸດ ຮັກຄວາມເປັນລາວ

Follow On Facebook

วันจันทร์ที่ 15 มกราคม พ.ศ. 2561

ງານບຸນນະມັດສະການຜາສາດຫີນວັດພູ ວັນທີ 29-31 ມັງກອນ 2018


ງານບຸນນະມັດສະການຜາສາດຫີນວັດພູ ວັນທີ 29-31 ມັງກອນ 2018


------------------------------------------
      ວັນທີ 29-31 ມັງກອນ 2018 ນີ້ ເປັນມື້ຈັດງານບຸນນະມັດສະການຜາສາດຫີນວັດພູ ຊຶ່ງພາຍໃນງານບຸນນະມັດສະການຜາສາດຫີນວັດພູປີນີ້ ນອກຈາກມີກິດຈະກຳຕ່າງໆທີ່ກ່ຽວກັບຮີດຄອງປະເພນີອັນດີງາມ ທີ່ເຄີຍປະຕິບັດກັນມາແລ້ວ ພິເສດປີນີ້ແມ່ນມີງານເປີດປີທ່ອງທ່ຽວລາວ ທ່ອງທ່ຽວແຂວງຈຳປາສັກ ຊຶ່ງງານເປີດປີທ່ອງທ່ຽວຈະຈັດຂຶ້ນໃນວັນທີ 29 ມັງກອນ 2018 ເລີ່ມເວລາ 16:00 ໂມງເປັນຕົ້ນໄປ. 




       ພາຍໃນ ງານຈະມີຂະບວນແຫ່ຂອງບັນດາກ້ອນກຳລັງຈາກ 10 ຕົວເມືອງ, ມີຂະບວນຟ້ອນອັບສະລາ ຂອງນັກຮຽນ ເມືອງຈຳປາສັກ. ສຳລັບການຄົບງັນໃນເວທີກາງເລີ່ມແຕ່ 20:00 ໂມງເປັນຕົ້ນໄປ ແມ່ນມີການສະແດງສິລະ ປະວັນນະຄະດີຈາກພາກສ່ວນຕ່າງໆ ທັງເມືອງ ແລະ ແຂວງ. ພ້ອມນີ້ ຍັງມີຄອນເສີດ ໂດຍມີນັກຮ້ອງທີ່ມີຊື່ ສຽງຈາກ ນະຄອນຫຼວງວຽງຈັນ ແລະ ນັກຮ້ອງຈາກໄທ ທີ່ຈະມາໃຫ້ທ່ານໄດ້ສຳຜັດແບບໃກ້ຊິດ.
       




ບຸນວັດພູ ເປັນບຸນປະເພນີ ທີ່ຊາວລາວ ເປັນຕົ້ນ ຢູ່ແຂວງຈໍາປາສັກ ແລະ ແຂວງພາກໃຕ້ ຖືວ່າມີ ຄວາມໝາຍສໍາຄັນ ທາງວັດທະນະທັມ ແລະ ປະຫວັດສາດ ພາກັນຈັດຕັ້ງ ສະຫຼອງ ຢ່າງເບີກບານ ມ່ວນຊື່ນ ພາຍຫລັງ ທີ່ໄດ້ອອກແຮງງານ ເຮັດໄຮ່ເຮັດນາ ເຮັດຮົ້ວສວນ ເພີ່ມພູນ ຜລິດຜົນ ມາມີເວລາ ພັກຜ່ອນຢ່ອນໃຈ ຢ່າງສນຸກສນານ ຕລອດງານ ບຸນນີ້.ส่วนล่างของฟอร์ม

ຮູບພາບຈາກ: laopost

ไม่มีความคิดเห็น:

แสดงความคิดเห็น

ແນະນຳ

ວັນວາເລນໄທນ໌ແມ່ນວັນຫຍັງ ແລະ ເກີດຂຶ້ນໄດ້ແນວໃດ ?

ວັນວາເລນໄທນ໌ແມ່ນວັນຫຍັງ ແລະ ເກີດຂຶ້ນໄດ້ແນວໃດ ?              ວາເລນໄທນ໌ ຫຼືວັນແຫ່ງຄວາມຮັກ ເປັນຫຍັງຈຶ່ງຕ້ອງເປັນວັນທີ 14 ກຸມພາ ເປັນຄຳຖາມທີ່ໜ້...

sponsor

sponsor