ຂ້ອຍຮັກປະເທດລາວ

ເກີດເປັນຄົນລາວຮັກຊາດລາວຮັກບັນພະບຸລຸດ ຮັກຄວາມເປັນລາວ

Follow On Facebook

วันเสาร์ที่ 13 มกราคม พ.ศ. 2561

ຕາດເຍືອງ (ຈໍາປາສັກ)

ຕາດເຍືອງ (ຈໍາປາສັກ)
   
ผลการค้นหารูปภาพสำหรับ ຕາດເຍືອງ
ผลการค้นหารูปภาพสำหรับ ຕາດເຍືອງ
  
    ຕາດເຍືອງ ກໍາເນີດຈາກສາຍຫວ້ຍບັ້ງລຽງ ຕັ້ງຢູ່ໃນເຂດຮັບຜິດຊອບຂອງບ້ານຫຼັກ 40 ເມືອງປາກຊ່ອງ, ແຂວງຈໍາປາ
ສັກ ຫ່າງຈາກບ້ານ ໄປທາງທິດຕາເວັນຕົກສ່ຽງໃຕ້ ປະມານ 1,3 ກິໂລ ແມັດ, ຫ່າງຈາກຕົວເມືອງປາກຊ່ອງ ມາທາງທິດ
ຕາເວັນຕົກ 10 ກິ ໂລແມັດ,  ສາມາດນຳໃຊ້ຍານພະຫະນະທຸກປະເພດ  ເຂົ້າເຖິງສະຖານທີ່ຢ່າງສະດວກສະບາຍ, ຕາດ
ເຍືອງ ເປັນຕາດສູງຊັນ ປະມານ 50 ແມັດ, ແບ່ງເປັນ 2 ຖານ; ພັກເທິງ 10 ແມັດ, ພັກລຸ່ມເປັນ 4-5 ແມັດ, ສອງຝາກ
ຝັ່ງເປັນຜາເຫວ ຊັນໄມ້ເຮ້ຍ, ປ່າກ້ວຍ, ປ່າຕົ້ນໄມ້ໃຫຍ່ຈຳນວນໜຶ່ງ (ນັບແຕ່ປາກຕາດລົງດ້ານລຸ່ມຕາດ) ທາງລົງກ້ອງ ຫຼື 
ວັງນ້ຳຕົກ ແມ່ນລົງຕາມຂັ້ນໄດລີງ ຢູ່ຝັ່ງດ້ານລຸ່ມຕາດ ມີຖ້ຳບ່ອນເຍືອງອາໄສຢູ່  (ກວ້າງ 3 ແມັດ, ຍາວ 3 ແມັດ) ມີ 1 
ຍ່ານ, ມີເນື້ອທີ່ສະຫງວນທັງໝົດ 129.000 ເຮັກຕາ.ກ່ອນເອີ້ນວ່າ: "ຕາດເຍືອງ" ກໍ່ຍ້ອນວ່າ: ຄາວປູ່ເຍີ ຜູ້ພາອາໄສຢູ່ຖິ່ນ
ຖານແຫ່ງນີ້ ເປັນບ່ອນດຳລົງຊິວິດ, ຊອກຢູ່ຫາກິນຕາມສາຍຫ້ວຍ ບັ້ງລຽງຍ່ານນີ້ ເຄີຍພົບເຫັນເຍືອງ 2 ໂຕ ຜົວເມຍອາ
ໄສຢູ່ໃນຖ້ຳດ້ານລຸ່ມຕາດ ເພື່ອຊອກຫາຕາມພາສາຂອງສັດ ແລະ ດ້ານໜຶ່ງສາຍຫ້ວຍຍ່ານນີ້ມີ 3-4 ຕາດ ເພື່ອຄວາມຈື່ຈຳ
ຂົງເຂດບໍລິເວນທຳມາຫາກິນ ເຂົາເຈົ້າໄດ້ໃສ່ຊື່ຕາດແຫ່ງນີ້ວ່າ: "ຕາດເຍືອງ" ມາເທົ່າທຸກວັນນີ້.

ແຫລ່ງ: ອົງການພັດທະນາການທ່ອງທ່ຽວ

ไม่มีความคิดเห็น:

แสดงความคิดเห็น

ແນະນຳ

ວັນວາເລນໄທນ໌ແມ່ນວັນຫຍັງ ແລະ ເກີດຂຶ້ນໄດ້ແນວໃດ ?

ວັນວາເລນໄທນ໌ແມ່ນວັນຫຍັງ ແລະ ເກີດຂຶ້ນໄດ້ແນວໃດ ?              ວາເລນໄທນ໌ ຫຼືວັນແຫ່ງຄວາມຮັກ ເປັນຫຍັງຈຶ່ງຕ້ອງເປັນວັນທີ 14 ກຸມພາ ເປັນຄຳຖາມທີ່ໜ້...

sponsor

sponsor