ມາຮູ້ຈັກກັບສັດປະຈຳຊາດ ຂອງແຕ່ລະປະເທດອາຊຽນ ກັນເທາະ
1ສັດປະຈຳຊາດຂອງປະເທດລາວເຮົາແມ່ນ ຊ້າງ
ຊ້າງເປັນສັດປະຈຳຊາດລາວ ເຊິ່ງປະເທດລາວ ແລະ ຄົນລາວໄດ້ມີຄວາມຜູກຜັນ ລວມທັງສະໜິດສະໜົມກັບຊ້າງຕັ້ງແຕ່ອະດີດ ຈົນຮອດປະຈຸບັນ. ເຊິ່ງໃນອະດີດນັ້ນຜືນແຜ່ນດິນຂອງປະເທດລາວ ແນມເບິ່ງໄປທາງໃດກໍ່ສາມາດເຫັນໂຕຊ້າງໄດ້. ດັ່ັງນັ້ນ, ແຕ່ກ່ອນປະເທດລາວໄດ້ໃສຊື່ວ່າ “ອານາຈັກລາວລ້ານຊ້າງ”. ໃນອະດີດຊ້າງໄດ້ຖືກໃຊ້ເຂົ້າໃນການເຮັດເສິກສົງຄາມ ແລະ ໄດ້ຖືກຫັນປ່ຽນມາເປັນການໃຊ້ແຮງງານແທນ ເນື່ອງມາຈາກກຳລັງແຮງງານອັນມະຫາສານຂອງຊ້າງ ເຊິ່ງໄດ້ຊ່ວຍອຳນວຍຄວາມສະດວກມາໃຫ້ແກ່ເຮົາ ເຊິ່ງດ້ວຍເຫດຜົນນີ້ຈຶ່ງບໍ່ຕ້ອງສົງໄສເລີຍວ່າ ເປັນຫຍັງຊ້າງຈຶ່ງຖືກເລືອກໃຫ້ເປັນສັດປະຈຳຊາດຂອງລາວ.
3ສັດປະຈຳຊາດຂອງປະເທດສິງກະໂປແມ່ນ ສິງ
ປະເທດສິງກະໂປ ແຕ່ກ່ອນມີຊື່ວ່າ “ສິງຫະປຸຣະ” (Singapura) ເຊິ່ງໝາຍວ່າ ເມືອງແຫ່ງສິງ. ແຕ່ບໍ່ມີລາຍງານການພົບເຫັນສິງຢູ່ຕາມທໍາມະຊາດຂອງປະເທດສິງກະໂປເລີຍ ເນື່ອງຈາກເປັນປະເທດທີ່ບໍ່ມີທົ່ງຫຍ້າ ຫຼື ປ່າໄມ້ ທີ່ເປັນທີ່ຢູ່ຂອງສິງ, ມີແຕ່ເລື່ອງເລົ່າທີ່ວ່າ ມີຄົນພົບເຫັນສັດທີ່ມີຮູບຮ່າງຄ້າຍສິງຢູ່ເທິງດິນແດນແຫ່ງນີ້ເທົ່ານັ້ນ. ແຕ່ເຖິງຢ່າງໃດກໍ່ຕາມ ສິງກໍ່ໄດ້ຖືກເລືອກໃຫ້ເປັນສັດປະຈຳຊາດຂອງປະເທດສິງກະໂປ.
4 ສັດປະຈຳຊາດໄທແມ່ນ ຊ້າງ
ຊ້າງເປັນສັດປະຈຳຊາດໄທມາຢ່າງຍາວນານ ໂດຍໃນສະໄໝບູຮານປະເທດໄທມິຊ້າງຢູ່ຢ່າງຫຼວງຫຼາຍເປັນແສນໂຕ ເຊິ່ງຊ້າງສ່ວນຫຼາຍຈະຖືກໃຊ້ໃນສຶກສົງຄາມເປັນຫຼັກ ຕໍ່ມາເມື່ອມີອາວຸດສະໄໝໃໝ່ເຂົ້າມາແທນທີ່ ຊ້າງຈຶ່ງມັກຖືກນຳໄປໃຊ້ແຮງງານຈຳພວກລາກຕົ້ນໄມ້ໃນປ່າ ແລະ ໃນປະຈຸບັນ ຂ້າງເປັນສັດອະນຸລັກ ທີ່ຖືກໃຊ້ໃນງານການສະແດງ ແລະ ການທ່ອງທ່ຽວ. ປະເທດໄທເຄີຍໃຊ້ຊ້າງເປັສ່ວນໜຶ່ງຂອງທຸງຊາດ ເອີ້ນວ່າທຸງ “ຊ້າງເຜືອກ” ກ່ອນຈະປ່ຽນມາໃຊ້ທຸງໄຕລົງ ຢ່າງໃນປະຈຸບັນໃນປີ ພ.ສ 2460 ແຕ່ກໍ່ຍັງມີທຸງລາຊະການບາງແຫ່ງທີ່ໃຊ້ຊ້າງເປັນອົງປະກອບເຊັ່ນ: ທຸງລາຊະນາວີໄທ ເປັນຕົ້ນ. ດັ່ງນັ້ນ, ຈຶ່ງບໍ່ແປກໃຈເລີຍວ່າເປັນຫຍັງຈຶ່ງຖືໄດ້ວ່າ ຊ້າງແມ່ນສັດປະຈຳຊາດຂອງໄທ.
5ສັດປະຈຳຊາດຂອງປະເທດກຳປູເຈຍແມ່ນ ກູປຣີ
ກູປຣີ ຫຼື ງົວໄພຣ ເປັນສັດຈຳພວກກະທິງ ຫຼື ງົວປ່າຊະນິດໜຶ່ງ, ເປັນສັດກີບຄູ່, ໂຕໃຫຍ່, ຕົ້ນຂາໃຫຍ່, ປາຍຫາງເປັນຝອຍໆ ເຊິ່ງປະຈຸບັນກູປຣີຢູ່ໃນສະຖານະສູນພັນ ໂດຍບໍ່ມີລາຍງານການພົບເຫັນກູປຣີໃນປ່າທຳມະຊາດມານານຫຼາຍສິບປີແລ້ວ ແຕ່ນັກອະນຸລັກສ່ວນໃຫຍ່ຍັງເຊື່ອວ່າຈະຍັງສາມາດພົບເຫັນກູປຣີໄດ້ຕາມປ່າຊາຍແດນໄທ ແລະ ກຳປູເຈຍ ແຕ່ກໍ່ບໍ່ເຄີຍພົບເຫັນການຢືນຢັນ, ກູປຣີຖືກປະກາດໃຫ້ເປັນສັດປະຈຳຊາດກຳປູເຈຍໂດຍສົມເດັດເຈົ້ານະໂຣກມະສີນຸ, ອະດີດກະສັດຂອງກຳປູເຈຍ. ນອກຈາກກູປຣີຈະເປັນສັດປະຈຳຊາດຂອງກຳປູເຈຍແລ້ວ ຍັງພົບວ່າກູປຣີເປັນສ່ວນໜຶ່ງຂອງກາສັນຍາລັກຂອງ ມູນນິທິຄຸ້ມຄອງສັດປ່າ ແລະ ຄຸ້ມຄອງພືດພັນຂອງປະເທດອີກດ້ວຍ.
6ສັດປະຈຳຊາດມຽນມາແມ່ນ ເສືອໂຄ່ງ
ເສືອໂຄ່ງ (Tiger) ນັ້ນເປັນສັດກິນເນື້ອຕະກຸນແມວທີ່ມີຂະໜາດໃຫຍ່ທີ່ສຸດ, ມີຄວາມດຸຮ້າຍ, ຄ່ອງແຄ້ວວ່ອງໄວ, ສາມາດແລ່ນໄດ້ໄວ, ລອຍນໍ້າເກັ່ງ, ປີນຕົ້ນໄມ້ໄດ້ຢ່າງຄ່ອງແຄ້ວ ແລະ ພົບເຫັນໄດ້ທົ່ວໄປໃນທະວີບອາຊີ ແລະ ພົບຫຼາຍຢູ່ໃນປ່າຂອງປະເທດມຽນມາ ເຊິ່ງສະແດງເຖິງວາມອຸດົມສົມບູນຂອງປະເທດມຽນມາໄດ້ເປັນຢ່າງດີ ດັ່ງໄດ້ມີຜູ້ໄດ້ກ່າວໄວ້ວ່າ “ເສືອເປັນໂຕດັດສະນີຊີ້ວັດຄວາມອຸດົມສົມບູນຂອງປ່າ”. ດັ່ງນັ້ນເສືອຈຶ່ງຖືກເລືອກໃຫ້ເປັນສັດປະຈຳຊາດຂອງມຽນມາ.
7ສັດປະຈຳຊາດຂອງອິນໂດເນເຊຍແມ່ນ ມັງກອນໂຄໂມໂດ
ມັງກອນໂຄໂມໂດເປັນສັດບູຮານ ຕະກຸນໂຕເງິນໂຕທອງຊະນິດໜຶ່ງ ທີ່ມີຂະໜາດໃຫຍ່ຫຼາຍເມື່ອທຽບກັບສັດໃນຕະກຸນດຽວກັນ ເຊິ່ງສາມາດພົບໄດ້ສະເພາະໃນປະເທດອິນໂດເນເຊຍ ໃນບໍລິເວນເກາະໂຄໂມໂດ ຣິນຄາ, ຟລໍເຣສ ແລະ ກີລີໂມຕາງ. ເປັນສັດທີ່ມີນິໄສດຸຮ້າຍ ທຽບກັບບັນດາສາຍພັນດຽວກັນແລ້ວ, ມັກຢູ່ນຳກັນເປັນຝູງ ແລະ ຍ້ອນສາເຫດທີ່ວ່າສາມາດພົບເຫັນໄດ້ບ່ອນດຽວໃນໂລກ ກໍ່ຄືພັບເຫັນໄດ້ໃນປະເທດອິນໂດເຊຍເທົ່ານັ້ນ ມັງກອນໂຄໂມໂດ ຈຶ່ງຖືກເລືອກໃຫ້ເປັນສັດປະຈຳຊາດຂອງອິນໂດເນເຊຍ.
8ສັດປະຈຳຊາດຂອງຟີລິບປິນແມ່ນ ຄວາຍ
ຄວາຍ (Water Buffalo) ໃນປະເທດຟີລິບປິນນັ້ນ ຖືກນຳມາໃຊ້ແຮງງານຄືກັບ ປະເທດຫວຽດນາມ ທັງທາງດ້ານການກະເສດ ແລະ ການລາກຂອງໜັກ. ດັ່ງນັ້ນ, ຄົນຟີລິບປິນ ຈຶ່ງມີຄວາມຊິນເຄີຍກັບຄວາຍຫຼາຍເປັນພິເສດ ແລະ ຄວາຍຈຶ່ງໄດ້ຖືກເລືອກໃຫ້ເປັນສັດປະຈຳຊາດຂອງຟີລິບປິນດ້ວຍເຫດຜົນນີ້ເອງ.
9ສັດປະຈຳຊາດຂອງປະເທດບຣູໄນແມ່ນ ເສືອໂຄ່ງ
ເສືອໂຄ່ງ ເປັນສັດກິນເນື້ອຂະໜາດໃຫຍ່ ເຊິ່ງນອກຈາກຈະຖືກເລືອກໃຫ້ເປັນສັດປະຈຳຊາດຂອງມຽນມາແລ້ວ ຍັງຖືກເລືອກໃຫ້ເປັນສັດປະຈຳຊາດຂອງບຣູໄນອີກດ້ວຍ. ໂດຍລັກສະນະທາງພູມສາດຂອງປະເທດບຣູໄນ ມີຜູເຂົາ ແລະ ປ່າໄມ້ເປັນຈຳນວນຫຼວງຫຼາຍ, ມີປະຊາກອນບໍ່ໜາແໜ້ນປານໃດ, ບັນດາສັດປ່າຈຶ່ງບໍ່ຖືລົບກວນ, ຈຶ່ງສາມາດພົບເຫັນເສືອໂຄ່ງສາຍພັນອາຊີເປັນຈຳວນຫຼວງຫຼາຍ ແລະ ໄດ້ຖືກເລືອກໃຫ້ເປັນສັດປະຈຳຊາດຂອງປະເທດບຣູໄນໃນທີ່ສຸດ.
10ສັດປະຈຳຊາດຂອງປະເທດມາເລເຊຍແມ່ນ ເສືອໂຄ່ງມາລາຢູ
ເສືອໂຄ່ງມາລາຢູ ເປັນສັດໃນຕະກຸນເສືອໂຄ່ງ ທີ່ມີລັກສະນະສະເພາະ ມີຂະໜາດໃຫຍ່ ແລະ ມີຄວາມແຂງແຮງຫຼາຍ, ພົບເຫັນຫຼາຍທາງພາກກາງຂອງປະເທດມາເລເຊຍ ແລະ ສາມາດພົບເຫັນໄດ້ໃນປ່າດົງດິບຊຸ່ມຂອງປະເທດເຊັ່ນ: ເພັນນິຊູລ່າ, ກລັນຕັນ, ຕຣັງການູ, ເປຣະ, ປະຫັງ ແລະ ປ່າທາງຕອນໃຕ້ສຸດຂອງປະເທດໄທ ທີ່ຕິດກັບປະເທດມາເລເຊຍ. ນອກຈາກເສືອໂຄ່ງມາລາຢູຈະເປັນສັດປະຈຳຊາດຂອງມາເລເຊຍ ຍັງປາກົດຢູ່ໃນສັນຍາລັກກາຂອງປະເທດ ແລະ ເຮົານິຍົມເອີ້ນຄົນມາເລເຊຍ ແລະ ທີມກິລາຂອງມາເລເຊຍວ່າ: ທີມເສືອເຫຼືອງອີກດ້ວຍ ເຊິ່ງຄຳວ່າເສືອເຫຼືອງໝາຍເຖິງ ເສືອໂຄ່ງມາລາຢູນັ້ນເອງ.
ຂໍ້ມູນຈາກ: http://www.เกร็ดความรู้.net
ຂໍ້ມູນຈາກ: http://www.เกร็ดความรู้.net
ไม่มีความคิดเห็น:
แสดงความคิดเห็น