ວັດພູ (ພາສາອັງກິດ: Vat Phou) ບູຮານສະຖານວັດຖຸ ຕັ້ງຢູ່ພາກໃຕ້ຂອງລາວ ທີ່ແຂວງຈຳປາສັກ ຊຶ່ງເປັນແຂວງທີ່ມີຊາຍແດນຕິດກັບປະເທດກຳປູເຈຍ ຫ່າງຈາກອັງກໍວັດປະມານ 200 ກິໂລແມັດ ແລະ ປະມານ 1 ຊົ່ວໂມງ ໄປທາງລົດຈາກປາກເຊ. ວັດພູຈຳປາສັກໄດ້ຖຶກຮັບຮອງ ໃຫ້ເປັນມໍລະດົກໂລກ ຈາກອົງການຢູເນສໂກ (UNESCO).
ຜາສາດຫີນວັດພູ ຕັ້ງຢູ່ຝັ່ງຂວາ(ຝັ່ງຕາເວັນຕົກ) ຂອງແມ່ນໍ້າຂອງ, ຫ່າງຈາກໃຈກາງແຂວງຈໍາປາສັກປະມານ 40 ກວ່າກິໂລແມັດ, ສະຖານບູຮານວັດພູ ຖືກຮັບຮູ້ມາເປັນເວລາດົນ ນານແລ້ວ ມັນເປັນຕົວແທນອັນສໍາຄັນ ທາງດ້ານສະຖາປັດຕະຍະກໍາ ໃນຍຸກສະໄໝກ່ອນ ແລະ ຍຸກສະໄໝອັງກໍວັດ ໃນສັດຕະວັດທີ 7 ຫາ 12.
ອີງຕາມການຄົ້ນຄວ້າເມື່ອບໍ່ດົນນານມານີ້ ໄດ້ສະແດງໃຫ້ເຫັນວ່າ: ກຸ່ມສະຖານບູຮານວັດພູ ແມ່ນຈຸດໃຈກາງຂອງພື້ນທີ່ ທາງວັດທະນະທໍາ ໃນຂົງເຂດທົ່ງພຽງຈໍາປາສັກ ໂດຍເອົາຈອມ ພູເກົ້າ ເປັນຈຸດສຸມ ແລ້ວຂະຫຍາຍອອກໄປເຖິງດ້ານຕາເວັນຕົກຂອງສາຍພູເກົ້າ ແລະ ທິດຕາເວັນອອກຂອງຝັ່ງແມ່ນໍ້າຂອງ ເຊິ່ງປະກອບມີວັດວາອາຣາມ, ອ່າງເກັບນໍ້າ (ໜອງສະບູຮານ), ຮ່ອງລະບາຍນໍ້າ, ແຫຼ່ງຕັດຫີນ, ແຫຼ່ງທີ່ຕັ້ງຂອງຊຸມຊົນ, ຖະໜົນບູຮານ ທີ່ເຊື່ອມຕໍ່ໄປຍັງອັງກໍວັດ ລວມທັງແຜນຜັງເມືອງເກົ່າ ໃນຍຸກເລີ່ມຕົ້ນຂອງອານາຈັກຂະແມ (ເຊິ່ງຕໍ່ມາ ໄດ້ກາຍເປັນເມືອງບູຮານ), ເນື້ອທີ່ປະມານ 400 ເຮັກຕາ, ຢູ່ທາງຝັ່ງຂວາ (ຕາເວັນຕົກ) ຂອງແມ່ນໍ້າຂອງ. ນອກນັ້ນ ຍັງມີແຫຼ່ງທີ່ຕັ້ງຂອງຊຸມຊົນແຫ່ງທີ 2 ໃນຍຸກສະໄໝອັງກໍວັດຢູ່ ທາງທິດໃຕ້ຂອງວັດພູ ໃນພື້ນທີ່ມໍລະດົກທາງດ້ານວັດທະນະທໍາຈໍາປາສັກ ຍັງມີສະຖານທີ່ບູຮານຄະດີອື່ນໆອີກ ເຊັ່ນ: ໂຮງນາງສີດາ, ໂຮງທ້າວເຕົ່າ ແລະ ວັດໂຕະໂໝະ ທີ່ຕັ້ງຢູ່ທາງຕາ ເວັນອອກ ເບື້ອງຝັ່ງແມ່ນໍ້າຂອງ.
ຜາສາດຫິນວັດພູ ແບ່ງອອກເປັນ 3 ສ່ວນຄື: ປາສາດຊັ້ນລຸ່ມ ຊາກຂອງບາລາຍ ສ່ວນໜ້າແຄມບໍ່ນ້ຳ ສ້າງຂຶ້ນມາໃໝ່ສະໄໝເຈົ້າບຸນອຸ້ມ ໃນປີ ຄ.ສ 1960 ໃຊ້ສະເດັດໃນພິທີສົງນ້ຳ ແລະ ຊົມປະເພນີແຂ່ງເຮືອ ເຊື່ອມຕໍ່ທາງເດີນຂະໜາບ ດ້ວຍເສົານາງລຽງ ລານດ້ານໜ້າ ຈະມີພໍ່ຄ້າແມ່ຄ້າ ນຳເອົາ ດອກໄມ້ທູບທຽນມາຈຳໜ່າຍ, ສ່ວນໂຄປຸລະຊັ້ນນອກ ມີບາລາຍຕັ້ງຢູ່ຄຽງຂ້າງກັນ ເປັນມຸມມະຫາຊົນ ສໍາລັບຖ່າຍຮູບຂອງນັກທ່ອງທ່ຽວ ແລະ ເປັນພາບ ປະຊາສຳພັນຂອງປາສາດຫິນວັດພູແຫ່ງນີ້. ປະຈຸບັນຢູ່ລະຫວ່າງການບູລະນະ ຊາວບ້ານຈະຮຽກບາລາຍ 2 ຫລັງນີ້ວ່າ “ໂຮງທ້າວ” ແລະ “ໂຮງນາງ” ເປັນເໝືອນກັບຜາສາດ ໃນເມືອງພະນະຄອນທຸກແຫ່ງ ໃຊ້ສຳລັບເຮັດຄວາມສະອາດ, ຊຳລະລ້າງຮ່າງກາຍ ກ່ອນຂຶ້ນໄປບູຊາເທວະສະຖານ ຜາສາດຊັ້ນກາງ ດ້ານໜ້າຂອງໂຄປຸລະຊັ້ນກາງ ມີຮູບແກະສະຫລັກເທວະຮູບ, ຖືກະບອງ, ຊາວບ້ານນ້ຳຜ້າເຫລືອງມາຫົ່ມ ແລະ ກາງສັດສະທ້ອນຄວາມເຊື່ອທາງຮິນດູ ເບິ່ງທີ່ມີອິດທິພົນ ຕໍ່ພຸດທະສາດສະຫນາຂອງລາວ. ຍ່າງຂຶ້ນຂັ້ນໄດສູງຊັນແຄບໆ ຕ້ອງໃຊ້ມື ແລະ ຕີນປີນ ຕາມຄວາມເຊື່ອຂອງຂອມ ທີ່ຕ້ອງການສະແດງ ໃຫ້ຜູ້ໄປນະມັດການສະແດງຄວາມເຄົາລົບ ໂດຍການໝອບຄານຂຶ້ນໄປ ສັກກາລະສິ່ງສັກສິດ ສອງຂ້າງທາງເຕັມໄປດ້ວຍຕົ້ນຈຳປາ ຊຶ່ງເປັນດອກໄມ້ປະຈຳຊາດລາວ ປາສາດຊັ້ນເທິງ ເມື່ອຜ່ານທະວານບານ ເຖິງໂຄປຸລະຊັ້ນໃນ ທາງຂຶ້ນມີເທວະຮູບ ຕັ້ງຢູ່ ຍ່າງຂຶ້ນຖານຫີນຄ້າຍກຳແພງ 7 ຊັ້ນ ທີ່ມີຄວາມຫມາຍເຖິງສະຫວັນທັງ 7 ຈົນເຖິງປາສາດປະທານສ່ວນເທິງສຸດ ລັກສະນະ ພາຍນອກຂອງປາສາດເກົ່າແກ່ ສ່ວນໜ້າ ແລະ ສ່ວນຍອດພັງທະລາຍລົງມາ ມີຫລັງຄາສັງກະສີມຸງແທນ, ສ່ວນທີ່ຍັງມີຄວາມສົມບູນຄື ທັບຫລັງ, ແກະສະຫລັກເປັນຮູບພະອິນ, ຊົງຊ້າງເອລາວັນ 3 ສຽນ, ດ້ານຂ້າງເປັນຮູບກິນນະລີ ແລະ ພະວິລຸນປະທັບພະຍາຄຸດ ວິຈິດສວຍງາມ, ຕາມເສົາປະດັບກອບປະຕູທັງ 2 ຂ້າງມີຮູບແກະສະຫລັກ ຂອງທ້າວວົດຕຸໂລກບານ ເຫມືອນດັ່ງຍືນພິທັກ, ປິ່ນປົວປາສາດ ແລະ ຮູບແກະສະຫລັກນາງອັບສາ ທີ່ກອບທາງດ້ານຕະເວັນອອກ, ບໍລິເວນປ່ອງຢ້ຽມ ແກະສະຫລັກເປັນລູກໝາກວົດ, ດ້ານໃນຂອງຜາ ສາດປະດິດສະຖານ ພະພຸດທະຮູບ ສຳລິດຂະໜາດໃຫຍ່, ມີໂຕະໝູ່ບູຊາແບບຊາວພຸດ ຕັ້ງຢູ່ດ້ານໜ້າ ສ່ວນດ້ານນອກມີກຸ່ມເຈດີນ້ອຍໆ ສະຫລັກເປັນຮູບເເຂ້ ແລະ ຊ້າງຕາມຕຳນານມູຣະຕິ.

ແຫລ່ງ: ອົງການພັດທະນາການທ່ອງທ່ຽວ
ແຫລ່ງຂ່າວຈາກ: Wikipedia
ไม่มีความคิดเห็น:
แสดงความคิดเห็น