ນ້ຳຕົກຕາດແຊຜາສ້ວມ (ຈໍາປາສັກ)
ນໍ້າຕົກຕາດແຊຜາສ້ວມ, ເມືອງບາຈຽງ. ລັກສະນະຂອງນໍ້າທີ່ໄຫຼຕາມຜາຫີນ ຈຸດພິເສດຂອງນໍ້າຕົກ ຕາດແຫ່ງນີ້ ເປັນຜາຫີນທີ່ຕັ້ງລຽນກັນເປັນລະບຽບ ຄວາມສູງປະມານ 5 ຫາ 7 ແມັດ, ເປັນນ້ຳຕົກ ທີ່ໄຫຼມາຈາກຫ້ວຍຈຳປີ ເຊິ່ງມີຈຸດກຳເນີດ ຈາກພູເທວະດາ, ເມືອງປາກຊ່ອງ. ໄດ້ໄຫຼຜ່ານຫຼາຍໝູ່ບ້ານ ເປັນລັກສະນະກະແສ ນ້ຳໄຫຼລົງສູ່ແທ່ນຫີນສີດຳ ທີ່ເກີດຈາກລາ ວາພູເຂົາໄຟທີ່ເຢັນຕົວ ເຊິ່ງທຳມະຊາດ ໄດ້ປັ້ນແຕ່ງຢ່າງສວຍງາມແລ້ວ. ໃນບໍລິເວນເຂດນໍ້າຕົກ ເພິ່ນເອີ້ນວ່າ: ປະຕູສ້ວມໃນພາສາຊົນເຜົ່າ ຄໍາວ່າ “ສ້ວມ” ໝາຍເຖິງຫ້ອງນອນ ທີ່ກັ້ນໄວ້ສຳ ລັບລູກສາວ, ລູກຊາຍ. ສ່ວນຄຳວ່າ “ຕາດ” ໝາຍເຖິງລານຫີນເປັນຂັ້ນ. ດັ່ງນັ້ນ ຄຳວ່າ “ຜາສ້ວມ” ແມ່ນມີຄວາມໝາຍວ່າ: “ນ້ຳຕົກຕາດຫີນ ຕັ້ງທີ່ມີລັກສະນະສູງຊັ້ນຄ້າຍຄືຫ້ອງຫໍ ທີ່ຂັ້ນ ເອົາໄວ້ສຳລັບລູກສາວ, ລູກຊາຍສະເພາະ. ສຳລັບຄວາມ ໝາຍນີ້ ແມ່ນມີ ເລື່ອງເລົ່າປະລຳປະລາເລົ່າຂານກັນມາແຕ່ດົນນານເລື່ອງ: “ສາວລາວລຸ່ມ ແລະ ໜຸ່ມ ລາວເທິງ”.
ແຫລ່ງ: ອົງການພັດທະນາການທ່ອງທ່ຽວ
ไม่มีความคิดเห็น:
แสดงความคิดเห็น