ຂ້ອຍຮັກປະເທດລາວ

ເກີດເປັນຄົນລາວຮັກຊາດລາວຮັກບັນພະບຸລຸດ ຮັກຄວາມເປັນລາວ

Follow On Facebook

วันเสาร์ที่ 13 มกราคม พ.ศ. 2561

ນໍ້າຕົກຕາດຟານ (ຈໍາປາສັກ)

ນໍ້າຕົກຕາດຟານ (ຈໍາປາສັກ)

 
 ผลการค้นหารูปภาพสำหรับ ຕາດຟານ
 ผลการค้นหารูปภาพสำหรับ ຕາດຟານ
 ນໍ້າຕົກຕາດຟານ ກໍາເນີດມາຈາກສາຍຫ້ວຍບັ້ງລຽງ ແລະ ຫ້ວຍຈິບ ຕັ້ງຢູ່ເຂດບ້ານຫຼັກ 38 ກຸ່ມ 3 ເມືອງປາກຊ່ອງ,
ແຂວງຈຳປາສັກ, ຫ່າງຈາກຕົວເມືອງປາກຊ່ອງ ໄປທາງທິດຕາເວັນອອກ ປະມານ 12 ກິໂລແມັດ, ມີເດີ່ນຮາບພຽງເນື້ອທີ່
3.250 ຕາແມັດ ແລະ ມີສາລາຮ້າງ 1 ຫຼັງ (ເຮັດດ້ວຍໄມ້) ແລະ ມີເນື້ອທີ່ສະຫງວນທັງໜົດ 16 ເຮັກຕາ, ກັບ 3.250
ຕາແມັດ,  ຕາດຟານ  ໄດ້ໃຊ້ເປັນແຫຼ່ງທ່ອງທ່ຽວມາແຕ່ກ່ອນການປົດປ່ອຍ ເຊິ່ງຢູ່ພາຍໃຕ້ການຄຸ້ມຄອງຂອງບ້ານດັ່ງກ່າວ. 
ໃນແຕ່ລະປີ ເມື່ອຮອດເດືອນ 3 ປະຊາຊົນໃນບ້ານດັ່ງກ່າວ ເຄີຍຈັດບຸນສະຫຼອງ ຫຼື ບຸນນະມັດສະການປະຈຳປີຂຶ້ນ ເພື່ອ
ບວງສວງສິ່ງສັກສິດໃນບໍ່ລິເວນຕາດຟານ (ຕາມຄວາມເຊື່ອຂອງປະຊາຊົນ) ຕາດຟານ ຕັ້ງຢູ່ທິດໃຕ້ຂອງບ້ານຫຼັກ 38 ໄລ
ຍະຫ່າງປະມານ 1 ກິໂລແມັດ, ສາມາດນຳພາຫະນະເຂົ້າ-ອອກ, ໄດ້ຢ່າງສະດວກສະບາຍ, ຕາດແຫ່ງນີ້ ນອນໃນປ່າປ້ອງ
ກັນ ກັບແຫຼ່ງນ້ຳ 2.415 ເຮັກຕາ, ເປັນຕາດສູງຊັນປະມານ 120 ແມັດ,ລັກສະນະເປັນນ້ຳສອງສາຍຄື: ສາຍຫ້ວຍບັງລຽງ
ແລະ ສາຍຫ້ວຍຈິບຕົກໃສ່ຫ້ວຍດຽວກັນ,  ບາງບ່ອນກໍ່ເປັນສວນກະເຟ,  ໝາກແໜ່ງຂອງປະຊາຊົນບ້ານຫຼັກ 40 ນັບແຕ່
ປາກນ້ຳຕົກຕາດລົງມາສອງຟາກຝັ່ງ ຍັງເປັນປ່າໄມ້ກົມໄມ້ປ່ອງ ເປັນປ່າເຫວຊັນ ຂື້ນ-ລົງຍາກ, ສ່ວນບ່ອນທີ່ເປັນເນີນຈ້າຍ
ແລະ ບ່ອນທີ່ເປັນຮາບພຽງ ກໍ່ເປັນສວນກະເຟ, ໝາກແໜ່ງ ຂອງປະຊາຊົນບ້ານຫຼັກ 38 ແລະ ບ້ານຫຼັກ 40. ເອີ້ນຕາດ
ຟານ ກໍ່ຍ້ອນວ່າ: ໃນເມື່ອກ່ອນ ເວົ້າລວມ ປະເພດສັດປ່າ; ຟານ  ແມ່ນຫຼາຍກ່ວາສັດອື່ນ, ມັນໄດ້ທ່ຽວຊອກຫາກີນ ແລະ
ໄດ້ໄລ່ຢອກກັນຫຼິ້ນ ຂ້າມໄປ - ມາ ຕາມຫ້ວຍບັງລຽງຫາຫ້ວຍຈິບ (ເບື້ອງຫົວຕາດ) ມີມື້ໜຶ່ງ ເກິີດມີຝົນຕົກແຮງ ເຮັດໃຫ້
ນ້ຳໃນຫ້ວຍຫຼາຍ ແລະ ໄຫຼແຮງ, ແຕ່ຟານ  ຍັງຂ້າມໄປມາໃນສາຍຫ້ວຍດັ່ງກ່າວ,  ດ້ວຍຄວາມຂາດສະຕິ ຟານໂຕໜຶ່ງ 
ຖືກນ້ຳພັດຕົກລົງຕາດ ຫົວຟາດໃສ່ກ້ອນຫີນ ແລະ ຕາຍໃນເຂດຕາດແຫ່ງນີ້,  ເມື່ອລະດູໃບໄມ້ປົ່ງນັບແຕ່ມື້ນັ້ນມາ ຊາວ
ບ້ານຫຼັກ 38 (ບ້ານຜັກກູດແກ້ວສິງຄຳໃນເມື່ອກ່ອນ) ກໍ່ຄື: ປະຊາຊົນໃນເຂດດັ່ງກ່າວ ຈຶ່ງພາກັນໃສຊື່ ແລະ ເອີ້ນຕາດນີ້
ວ່າ "ຕາດຟານ" ຈົນເທົ່າທຸກວັນນີ້.

ແຫລ່ງ: ອົງການພັດທະນາການທ່ອງທ່ຽວ

ไม่มีความคิดเห็น:

แสดงความคิดเห็น

ແນະນຳ

ວັນວາເລນໄທນ໌ແມ່ນວັນຫຍັງ ແລະ ເກີດຂຶ້ນໄດ້ແນວໃດ ?

ວັນວາເລນໄທນ໌ແມ່ນວັນຫຍັງ ແລະ ເກີດຂຶ້ນໄດ້ແນວໃດ ?              ວາເລນໄທນ໌ ຫຼືວັນແຫ່ງຄວາມຮັກ ເປັນຫຍັງຈຶ່ງຕ້ອງເປັນວັນທີ 14 ກຸມພາ ເປັນຄຳຖາມທີ່ໜ້...

sponsor

sponsor