ຂ້ອຍຮັກປະເທດລາວ

ເກີດເປັນຄົນລາວຮັກຊາດລາວຮັກບັນພະບຸລຸດ ຮັກຄວາມເປັນລາວ

Follow On Facebook

วันจันทร์ที่ 15 มกราคม พ.ศ. 2561

ນັກວິໃຈໄດ້ຊີ້ໃຫ້ເຫັນວ່າໃນໂລກມີຜູ້ໄຊ້ FACEBOOk ຢູ່ 4 ປະເພດ


ນັກວິໃຈໄດ້ຊີ້ໃຫ້ເຫັນວ່າໃນໂລກມີຜູ້ໄຊ້ FACEBOOk ຢູ່ 4 ປະເພດ. ຄືປະເພດໃດແດ່ ກົງກັບເຮົາຢູ່ບໍ ມາອ່ານກັນເລີຍ 

ເຟສບຸກແມ່ນເວທີສື່ສັງຄົມທີ່ມີຊື່ສຽງທີ່ສຸດໃນໂລກ. ໃນແຕ່ລະມື້ພວກເຮົາພົບ ເຫັນພຶດຕິກໍາຂອງຫມູ່ເພື່ອນໃນການໄຊ້ເຟສບຸກທີ່ແຕກຕ່າງກັນ ການຄົ້ນຄວ້ານີ້ໄດ້ຖືກດໍາເນີນໂດຍ School of Communication at Brigham Young University, ເຊິ່ງໄດ້ສຳຫຼວດຜູ້ໄຊ້ FACEBOOKຊາວອາເມຣິກັນຈຳນວນ 47 ຄົນ. ໃນຊ່ວງອາຍຸ 18-32 ໂດຍຫົວຂໍ້ກ່ຽວຂ້ອງກັບຄວາມຄິດເຫັນແລະຄວາມຮູ້ສຶກໃນການການນໍາໃຊ້ເຟສບຸກ. ເຊິ່ງພົບວ່າສາມາດແບ່ງກຸ່ມຜູ້ໄຊ້ FACEBOOK ໄດ້ 4 ປະເພດ ເຊິ່ງຈະມີຫຍັງແນ່ ແລະ ພວກເຮົາຈະຈັດຢູ່ໃນປະເພດໃດ ມາຕິດຕາມກັນເລີຍ


ສາຍການເຊື່ອມຕໍ່

ກຸ່ມນີ້ຈະນໍາໃຊ້ Facebook ເປັນເຄື່ອງມືໃນການສື່ສານ ແລະ ຮັກສາສາຍພົວພັນຂອງຫມູ່ເພື່ອນແລະ ຍາດມິດ ໃນຊີວິດຈິງເລີຍ ຄາດຄະເນວ່າ ໃຊ້ Facebook ເປັນບ່ອນສະແດງຄວາມຮູ້ສຶກຕໍ່ກັນ ແລະ ກັນ. ກຸ່ມຄົນນີ້ເຫັນເຟສບຸກເປັນບລັອກເພື່ອບັນທຶກເລື່ອງລາວສ່ວນຕົວເອົາໄວ້. ລວມທັງນໍາໃຊ້ເປັນຊ່ອງທາງການສື່ສານທຸກຢ່າງ ເຊັ່ນ: ສົ່ງຂໍ້ຄວາມຜ່ານ FACEBOK , ໂທຫາກັນຜ່ານ FACEBOOK … ລວມທັງສາມາດສົ່ງຄວາມຮູ້ສຶກຜ່ານສະຕິກເກີ໊ຕ່າງໆ ເຊັ່ນ: ການສົ່ງສະຕິກເກີ້ຫົວໃຈ. ການແຊຣ໌ໂພຣສຄົບຮອບການເປັນໝູ່, ການໃສ່ແຄັບຊັ່ນຕ່າງໆ
ສາຍສ່ອງ
ກຸ່ມນີ້ເບີ່ງວ່າ Facebook ທີ່ເປັນສິ່ງຈໍາເປັນໃນຊີວິດປະຈໍາວັນໃນຍຸກນີ້  ແຕ່ພວກເຂົາບໍ່ມັກໄດ້ໂພດຫຼາຍກ່ຽວກັບຕົວຂອງເຂົາເອງ. ເອີ້ນວ່າອັບເດດໜ້ອຍ ຫຼື ກເກືອບຈະປ່ອຍໃຫ້ໜ້າເຟສຮ້າງກະວ່າໄດ້. ກຸ່ມນີ້ພຽງແຕ່ເຂົ້າມາກົດ LIKE ຫຼື ສະແດງຄວາມຄິດເຫັນ ໃນໂພຣສຕ່າງໆ, ແມ່ນເກືອບຖືໄດ້ຫນຶ່ງໃນສິ່ງມະຫັດສະຈັນຂອງໂລກແລ້ວ.

ກຸ່ມຄົນນີ້ຈະໃຊ້ເຟສບຸກເພື່ອເບິ່ງເລື່ອງເລື່ອງລາວ ຫຼື ປະຫວັດຂອງຄົນທີ່ເຂົາເຈົ້າມັກ ເພື່ອທີ່ຈະຕິດຕາມສິ່ງທີ່ຄົນຄົນນັນເຮັດ ມັກຫຍັງ ຫຼືື ບໍ່ມັກຫຍັງ. ສິ່ງທີ່ພວກເຮົາຈະໄດ້ຍິນຈາກກຸ່ມນີ້ໃນເວລາທີ່ເວົ້າກ່ຽວກັບເຟສບຸກແມ່ນ. "ເປີດຫນ້າເຟສບຸກຂອງເພື່ອເປັນຊ່ອງທີ່ຕິດຕໍ່ກັບຫມູ່ເພື່ອນໄດ້"
ມີຕົວແທນຂອງກຸ່ມນີ້ກ່າວວ່າ 'ຂ້ອຍມັກໃຊ້ຊີວິດສ່ວນໃຫຍ່ຂອງຂ້ອຍຢູ່ນອກເຟສບຸກຫຼ່າຍກວ່າ ເຟສບຸກບໍ່ແມ່ນບ່ອນທີ່ຈະໂພດສິ່ງທີ່ພວກເຮົາເຮັດໃນທ້າຍອາທິດ ຫຼື ວ່າຊີວິດປະຈໍາວັນແນວໃດ ? ຂ້ອຍຄິດວ່າຖ້າໃຜກໍ່ຢາກຮູ້ຈັກຂ້ອຍແທ້ໆ, ແລ້ວເຂົາຈະຕິດຕໍ່ຂ້ອຍ ແລະ ເຮັດກິດຈະກຳທີ່ເຫັນໜາກັນຫຼາຍກວ່າ.

ສາຍແຊຣ໌ແຫຼກ

ກຸ່ມນີ້້ຈະມີຄວາມເປັນນັກຂ່າວ, ນັກກິດຈະກຳ ຫຼື ນິໄສຂອງອໍແກໄນ໌ຢູ່ໜ່ອຍໜຶ່ງ ຄົນກຸ່ມນີ້້ຈະມັກແຊໂພຣສເລື່ອງລາວຕ່າງໆ ແຕ່ວ່າບໍ່ໄດ້ຫມາຍຄວາມວ່າພວກເຂົາຈະຮູ້ລາຍລະອຽດຂອງເນື້ອຫາທີ່ຕົນເອງແຊຣ໌ ອອກໄປ ຫຼື ຕິດຕາມປະເດັນນັ້ນຕະຫຼອດເວລາ ໃນທາງກົງກັນຂ້າມ, ບາງຄັ້ງເຂົາເຈົ້າບໍ່ສົນໃຈກ່ຽວກັບວ່າມີການກົດໄລ໌ ຫລື ບໍ່. ເຊັ່ນ: ຄົນມັກແຊຣ໌ ຕະຫລົກ, ຂ່າວທີ່ກຳລັງນິຍົມ, ເວົ້າໄວ້ຄົນກຸ່ມນີ້ຮູ້ຫຍັງ  ໂລກຈະຮູ້ແນ່ນອນ. ຍົກເວັ້ນສໍາລັບຂອງເຂົາເອງ.

ຢ່າງໃດກໍຕາມ, ຄົນເຫຼົ່ານີ້ບໍ່ມັກເປີດເຜີຍເລື່ອງລາວສ່ວນຕົວຫຼາຍ ແລະ ພວກເຂົາເຈົ້າມີແນວໂນ້ມທີ່ຈະໂພຣສເລື່ອງຂອງເຂົາເຈົ້າພຽງເລັກນ້ອຍເທົ່ານັນ. ຜູ້ຕ່າງຫນ້າຂອງກຸ່ມກ່າວວ່າ. 'ຂ້ອຍບໍ່ສົນທະນາກັບຜູ້ທີ່ໃກ້ຊິດກັບຂ້ອຍ ຄືກັບຄອບຄົວຂອງຂ້ອຍຜ່ານ Facebook. ເນື່ອງຈາກວ່າພວກເຂົາມີຄວາມສໍາຄັນຫຼາຍຕໍ່ຊີວິດຂອງຂ້ອຍຫຼາຍກວ່ານັ້ນ' ຜົນຈາການວິໃຈພົບວ່າຄົນສາຍແຊຣ໌ສ່ວນໃຫຍ່ມັກຈະໂທລະສັບຫາ, ຫຼາຍກວ່າທີ່ຈະສົ່ງຂໍ້ຄວາມ ໃນການສົນທະນາເລື່ອງສ່ວນໂຕ.

ສາຍເຫງົາ

ກຸ່ມນັກເຊວຟີນີ້ຖືກຖືວ່າເປັນກຸ່ມຫນຶ່ງທີມີຈຳນວນຫຼາຍທີ່ສຸດ. ກຸ່ມນີ້ມັກຈະອັບເດດສະຖານະ, ຮູບພາບ ຫຼື ເປັນປະຈຳເພື່ອຮຽກຄວາມສົນໃຈ. ນັກວິໃຈໄດ້ກ່າວວ່າຜູ້ທີ່ຫຼິ້ນເຟສບຸກກຸ່ມນີ້ຈະອີງຄວາມຮູ້ສຶກຢູ່ກັບຍອດໄລ໌, ເປັນຫຼັກ ຫຼືວ່າຍິງມີຄົນກົດໄລ໌ ຫຼາຍກໍ່ຍິງໄດ້ຮັບຄວາມຮູ້ສຶກໄດ້ຮັບການຍອມຮັຍຫຼາຍຂຶ້ນເທົ່ານັ້ນ ເຊິ່ງກຸ່ມທົດສອບຢູ່ໃນສາຍເຊວຟີເວົ້າວ່າ: ຖ້າຖ່າຍຮູບແລ້ວປະໄວ້ໃນໂທລະສັບຊື່ໆ ກະສ່ຳບໍ່ຖ່າຍ ແຕ່ຖ້າເອົາລົງເຟສບຸກຢ່າງນ້ອຍມັນກະສາມາດສະແດງໄດ້ວ່າຂ້ອຍເຮັດຫຍັງແດ່

ເປັນຈັງໃດຜົນສຳຫຼວດດັ່ງກ່າວກົງກັບເຮົາຢູ່ບໍ ກົງກັບຂໍ້ໃດ . ປະຈຸບັນສົງຄົມອອນໄລ ຫຼື ສັງຄົມກົ້ມໜ້າກຳລັງມາແຮງຫຼາຍຄົນໃສ່ໃຈໂທລະສັບຈົນລືມທີ່ຈະສື່ສານເວົ້າຈາກັບຄົນອ້ອມຂ້າງຕົນເອງ ຄອບຄົວເລີ່ມບໍ່ອົບອຸ່ນຄືແຕ່ກ່ອນ ຈັງໃດກະຢ່າລືມປົງໂທລະສັບ ແລ້ວ ຫັຍໜ້າໃຫ້ກັບຄົນອ້ອມຂ້າງແນ່ເດີ...

ຂໍ້ມູນຈາກ:beartai

ไม่มีความคิดเห็น:

แสดงความคิดเห็น

ແນະນຳ

ວັນວາເລນໄທນ໌ແມ່ນວັນຫຍັງ ແລະ ເກີດຂຶ້ນໄດ້ແນວໃດ ?

ວັນວາເລນໄທນ໌ແມ່ນວັນຫຍັງ ແລະ ເກີດຂຶ້ນໄດ້ແນວໃດ ?              ວາເລນໄທນ໌ ຫຼືວັນແຫ່ງຄວາມຮັກ ເປັນຫຍັງຈຶ່ງຕ້ອງເປັນວັນທີ 14 ກຸມພາ ເປັນຄຳຖາມທີ່ໜ້...

sponsor

sponsor