ຂ້ອຍຮັກປະເທດລາວ

ເກີດເປັນຄົນລາວຮັກຊາດລາວຮັກບັນພະບຸລຸດ ຮັກຄວາມເປັນລາວ

Follow On Facebook

วันพุธที่ 17 มกราคม พ.ศ. 2561

ປີ 2017 ແຂວງຫົວພັນ ຂຶ້ນບັນຊີແຫລ່ງທ່ອງທ່ຽວໄດ້ 152 ແຫ່ງ


ປີ 2017 ແຂວງຫົວພັນ ຂຶ້ນບັນຊີແຫລ່ງທ່ອງທ່ຽວໄດ້ 152 ແຫ່ງ


ຕາມການລາຍງານຈາກ ທ່ານ ພູວັນ ເພັດມີໄຊ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຫົວພັນ, ຜູ້ຊີ້ນຳວຽກງານທ່ອງທ່ຽວໃຫ້ຮູ້ວ່າ: ໃນປີ 2017 ຜ່ານມານີ້ແຂວງຫົວພັນ ສຳຫຼວດຂື້ນບັນຊີແຫຼ່ງທ່ອງທ່ຽວແຂວງໄດ້ 152 ແຫ່ງ, ໃນນີ້ແຫຼ່ງທ່ອງທ່ຽວ ທາງທໍາມະຊາດ 51 ແຫ່ງ, ແຫຼ່ງທ່ອງທ່ຽວວັດທະນະທຳ 35 ແຫ່ງ ແລະ ແຫຼ່ງທ່ອງທ່ຽວ ປະຫວັດສາດ 66 ແຫ່ງ, ເປີດນຳໃຊ້ແລ້ວ 54 ແຫ່ງ.


ໂດຍເຫັນໄດ້ຄວາມສຳຄັນ ແລະ ທ່າແຮງຂອງການທ່ອງທ່ຽວນັ້ນ, ລັດຖະບານ ໄດ້ມີນະໂຍບາຍຊຸກຍູ້ສົ່ງເສີມ ແລະ ທຶນພັດທະນາແຫຼ່ງທ່ອງ ທີ່ສຳຄັນຈຳນວນໜຶ່ງ ເປັນຕົ້ນ ຖໍ້າປະຫວັດສາດທ່ານຜູ້ນຳ ຂອງບັນດາກະຊວງຕ່າງໆ ກໍໄດ້ບູລະນະສ້ອມແປງ ສ້າງເສັ້ນທາງຍ່າງເຊື່ອມຕໍ່ ລະຫວ່າງຖໍ້າຕໍ່ຖໍ້າ, ເສັ້ນທາງຍ່າງຢູ່ປ່າສະຫງວນແຫ່ງຊາດ ນໍ້າແອດພູເລີຍ, ນອກຈາກນີ້ທາງ ແຂວງຍັງໄດ້ອະນຸຍາດໃຫ້ ນັກທຸລະກິດພາຍໃນ ສຳປະທານບໍ່ນໍ້າຮ້ອນເມືອງຮ້ຽມ, ແຫຼ່ງທ່ອງທ່ຽວຕາດໂກນ ເມືອງຊ່ອນ, ນໍ້າຕົກຕາດສະເຫລີຍ ເມືອງຊຳເໜືອ, ຕາດນໍ້ານົ່ວ ເມືອງວຽງໄຊ ແລະ ແກັງລິດ ເມືອງແອດ ແລະ ຜູ້ປະກອບການທຸລະກິດ ບໍລິການກໍ່ໄດ້ມີການ ປັບປຸງການບໍລິການ ນັບມື້ດີຂຶ້ນໃນດ້ານຈຳນວນ ແລະ ຄຸນະພາບ, ປະຈຸບັນແຂວງຫົວພັນ ມີໂຮງແຮມ 11 ແຫ່ງ, ເຮືອນພັກ 61 ແຫ່ງ, ມີຮ້ານອາຫານ, ກິນດື່ມ 180 ແຫ່ງ, ຮ້ານບັນເທິງ 5 ແຫ່ງ, ສາມາດດຶງດູດນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດໄດ້ 49.021 ເທື່ອຄົນ, ສາມາດສ້າງລາຍຮັບໄດ້ຫຼາຍກວ່າ 34 ຕື້ກວ່າກີບ.
  
ສຳລັບທິດທາງແຜນການປີ 2018 ແຂວງຫົວພັນ ຈະຊຸກຍູ້ຜູ້ສຳປະທານແຫຼ່ງທ່ອງທ່ຽວ ໃຫ້ມີການພັດທະນາ ແຫຼ່ງທ່ອງທ່ຽວຫຼາຍຂຶ້ນ, ປັບປຸງເສັ້ນທາງເຂົ້າຫາແຫຼ່ງທ່ອງທ່ຽວຕ່າງໆ ໃຫ້ມີຄວາມສະດວກ, ສົມທົບກັບຄະນະຮັບຜິດຊອບຂັ້ນແຂວງ ແລະ ເມືອງສ້າງໂຕໜັງສືໃຫຍ່ໃສ່ໜ້າຜາ ເມືອງວຽງໄຊ, ນອກຈາກນີ້ ຍັງມີຫຼາຍກິດຈະກໍາ ເພື່ອຕ້ອນຮັບປີທ່ອງທ່ຽວລາວ, ວັນປົດປ່ອຍຝາຖີ່ ແລະ ວັນສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີ. ຄາດຄະເນປີ 2018 ຈະມີນັກທ່ອງທ່ຽວເຂົ້າມາທ່ຽວແຂວງຫົວພັນ ທັງໝົດ 50 ພັນກວ່າເທື່ອຄົນ.
ຮູບພາບ : ລັດຖະບານແຫ່ງ ສປປ ລາວ

ไม่มีความคิดเห็น:

แสดงความคิดเห็น

ແນະນຳ

ວັນວາເລນໄທນ໌ແມ່ນວັນຫຍັງ ແລະ ເກີດຂຶ້ນໄດ້ແນວໃດ ?

ວັນວາເລນໄທນ໌ແມ່ນວັນຫຍັງ ແລະ ເກີດຂຶ້ນໄດ້ແນວໃດ ?              ວາເລນໄທນ໌ ຫຼືວັນແຫ່ງຄວາມຮັກ ເປັນຫຍັງຈຶ່ງຕ້ອງເປັນວັນທີ 14 ກຸມພາ ເປັນຄຳຖາມທີ່ໜ້...

sponsor

sponsor