10 ອະໄວຍະວະທີ່ຖືກທຳລາຍດ້ວຍສິ່ງມືນເມົາ
ຮູ້ແລ້ວບໍ່…..10 ອະໄວຍະວະທີ່ຖືກທຳລາຍດ້ວຍສິ່ງມືນເມົາ
1. ຕັບ: ຕັບເປັນອະໄວຍະວະທໍາອິດທີ່ຄົນສ່ວນໃຫ່ຍຮູ້ກັນດີວ່າ ດື່ມສິ່ງມຶນເມົາຫລາຍໆແລ້ວຈະເປັນໂລກຕັບແຂງ ເພາະຕັບຈະຮັບຊ້ວງຕໍ່ຈາກລໍາໃສ້ເພື່ອທໍາລາຍສິ່ງມຶນເມົາ ເລັກໆນ້ອຍໆ ຕັບກໍ່ພໍທີ່ຈະເຮັດວຽກໄດ້ ແຕ່ຖ້າກິນຫລາຍເກີນໄປແລະກິນເລື້ອຍໆ ຕັບຈະເລີ່ມບວມ ມີໄຂມັັນແຊກຊ້ອນຕາມເຊວຂອງຕັບ ເມື່ອດົນໄປກໍ່ຈະກາຍເປັນຕັບແຂງໃນທີ່ສຸດ
2. ຕັບອ່ອນ: ຕັບກັບຕັບອ່ອນເປັນອະໄວຍະວະຄົນລະສ່ວນກັນ ເມື່ອກິນສິ່ງມຶນເມົາຫລາຍໆ ມັນຈະໄປກະຕຸ້ນຕັບອ່ອນໃຫ້ຫລັ່ງນໍ້າຍ່ອຍອອກມາຫລາຍຂື້ນ ເຮັດໃຫ້ຕັບອ່ອນອາດເກີດອາການອັກເສບ ຈົນເກີດອາການເຈັບທ້ອງຮຸນແຮງ ມີໄຂ້ສູງ ແລະ ໃນບາງຄົນອາດອັນຕະລາຍເຖິງຊີວິດໄດ້ເຊັ່ນກັນ
3. ກະເພາະອາຫານ: ສິ່ງມຶນເມົາທໍາລາຍເຍື່ອບຸກະເພາະອາານ ຈາກການທີ່ກະເພາະອາຫານຖືກກະຕຸ້ນໃຫ້ຜະລິດນໍ້າຍ່ອຍມາຫລາຍຂື້ນ ຈົນເປັນເຫດໃຫ້ກະເພາະອາຫານອັກເສບເປັນແຜໃນກະເພາະມີອາການເຈັບທ້ອງ ຫລື ຖ້າເປັນເຖິງຂັ້ນຮຸນແຮງອາດຮາກເປັນເລືອດໄດ້
4. ຫົວໃຈ: ສິ່ງມຶນເມົາເຮັດໃຫ້ຫົວໃຈເຮັດວຽກບໍ່ເປັນປົກະຕິ ຈັງຫວະເຕັ້ນໄວຂື້ນ ຫົວໃຈບີບໂຕຫລາຍຂື້ນ ລວມໄປເຖິງການເຮັດວຽກຂອງກ້າມເນື້ອຫົວໃຈທີ່ບໍ່ໄດ້ປະສິດທິພາບ ອາດສົ່ງຜົນໃຫ້ມີອາການຫົວໃຈໃຫ່ຍໄດ້
5. ຫລອດເລືອດ: ສິ່ງມຶນເມົາເຮັດໃຫ້ຫລອດເລືອດຂະຫຍາຍໂຕ ແລະ ເຮັດໃຫ້ໄຂມັນໃນເສັ້ນເລືອດສູງຂື້ນ ເສັ້ນເລືອດທີ່ຈະແຂງໂຕໄດ້ງ່າຍ ແລະ ສົ່ງຜົນໃຫ້ເກີດອາການເສັ້ນເລືອດໃນສະຫມອງແຕກໄດ້ງ່າຍ
6. ເມັດເລືອດ: ເລິກລົງໄປເຖິງລະບົບເມັດເລືອດ ມັນເຮັດໃຫ້ການເຮັດວຽກຂອງເມັດເລືອດແດງເສຍຫາຍຈົນເຮັດໃຫ້ຢູ່ໃນພາະເລືອດຈາງ ຂາດສານໂຟລິກ ລວມໄປເຖິງການຜະລິດເມັດເລືອດຂາວກໍ່ຈະຫນ້ອຍລົງ ຄວາມຕ້ານທານຕໍ່ໂລກໄພໄຂ້ເຈັບ ແລະ ເຊື້ອໂລກຕ່າງໆລົດລົງ ເມື່ອບາດເຈັບເລືອດອອກ ເລືອດກໍ່ຈະຢຸດໄດ້ຍາກຂື້ນ ເນື່ອງຈາກເກັດເລືອດໃນຮ່າງກາຍເຮັດຫນ້າທີ່ບໍ່ໄດ້ດີ ຈຶ່ງອາດເຮັດໃຫ້ມີອາການຕົກເລືອດໄດ້ງ່າຍຂື້ນ
7. ລະບົບປະສາດ: ເມື່ອລະບົບປະສາດສ່ວນປາຍອັກເສບຈາກລິດຂອງສິ່ງມຶນເມົາ ກໍ່ຈະເກີດອາການມຶນຊາຕາມປາຍນີ້ວມື ນີ້ວຕີນ ເປັນມຶນຊາ ແລະ ການຊົງໂຕກໍ່ຈະປ່ຽນໄປ
8. ສະຫມອງ: ສິ່ງມຶນເມົາແກ້ວທໍາອິດ ອາດເຮັດໃຫ້ສະຫມອງຕືນໂຕ ກະປີ້ກະເປົ່າ ສົດຊື່ນ ຫລື ບາງຄົນອາດຮູ້ສຶກເຫງົານອນ ຈົນນອນຫລັບຫມົດສະຕິໄປ ແຕ່ເມື່ອຍາມໃດກໍ່ຕາມທີ່ກ້າວເຂົ້າສູ່ພາວະຕິດສິ່ງມຶນເມົາເລື້ອລັງ ກໍ່ຈະເລີ່ມມີອາການຄວາມຈໍາເຊື່ອມ ຄວາມຄິດເລິເລືອນ ເສຍການຊົງໂຕ ຍ່າງບໍ່ກົງ ເຊວຂອງສະຫມອງອາດຈະນ້ອຍລົງ ຈົນເກີດການປ່ຽນແປງຕໍ່ບຸກຄະລິກຕະພາບເຊັ່ນ: ບໍ່ສົນໃຈໃຜ ຊຶມເສົ້າ ຫລື ປະສາດຫລອນ ລະແວງວ່າຈະມີຄົນມາປອງຮ້າຍເປັນຕົ້ນ
9. ລະບົບຂັບຖ່າຍ ແລະ ອະໄວຍະວະສືບພັນ: ເມື່ອດື່ມສິ່ງມຶນເມົາຫລາຍໆ ຈົນເລື້ອລັງ ຜູ້ຊາຍອາດມີຄວາມຕ້ອງການທາງເພດຫນ້ອຍລົງ ຂະຫນາດຂອງອັນທະອາດນ້ອຍລົງ ແລະ ຜູ້ຍິງທີ່ຖືພາອາດເກີດອາການແທ້ງ ຫລື ເກີດກ່ອນກໍານົດ ຈົນມີໂອກາດເຮັດໃຫ້ເກີດຄວາມຜິດປົກະຕິຕໍ່ເດັກນ້ອຍສູງ
10. ອະໄຍວະຍະຕ່າງໆ ພາຍໃນສ່ຽງເປັນມະເລັງສູງ: ນອກຈາກທຸກອາການທີ່ກ່າວມາຂ້າງເທິງ ສິ່ງມຶນເມົາຍັງເປັນສາເຫດອັນດັບຕົ້ນໆຂອງຫລາຍໆໂລກມະເລັງໃນຮ່າງກາຍ ຄົນທີ່ຕິດສິ່ງມຶນເມົາເລື້ອລັງມີຄວາມສ່ຽງໃນການເປັນໂລກມະເລັງໃນອະໄວຍະວະຕ່າງໆຫລາຍກວ່າຄົນທົ່ວໄປເຖິງ 10 ເທົ່າ ອະໄວຍະວະທີ່ພົບວ່າເປັນມະເລັງໄດ້ງ່າຍຄື ຫລອດອາຫານ ກະເພາະອາຫານ ແລະ ຕັບອ່ອນ
---------------------------------------