ຕາດກວາງຊີ ເມືອງຫຼວງພະບາງ. (ຫຼວງພະບາງ)
ນ້ຳຕົກຕາດກວາງຊີ ຢູ່ຫ່າງຈາກຕົວເມືອງ 25 ກິໂລແມັດ. ເປັນນ້ຳຕົກຕາດຫີນປູນ ທີ່ມີຄວາມສວຍງາມ ສູງປະມານ 80 ແມັດ ຫຼຸດລົງມາ ເປັນຊັ້ນໆ ໂດຍມີສະພາບປ່າ ທີ່ສົມບູນອ້ອມຮອບ ນ້ຳຕົກລົງມາ ຈາກບໍ່ນ້ຳ ອອກທາງເທິງຕາດ ຊຶ່ງມີເສັ້ນທາງຂຶ້ນລົງ ໄປຫາບໍ່ນ້ຳອອກໄດ້, ໄດ້ມີການບູລະນະ ແລະ ສ້າງຄວາມສະດວກ ໃນການໄປທ່ຽວຊົມ ໃຫ້ແກ່ ນັກທ່ອງທ່ຽວ ເປັນຢ່າງດີ.
ไม่มีความคิดเห็น:
แสดงความคิดเห็น