ຂ້ອຍຮັກປະເທດລາວ

ເກີດເປັນຄົນລາວຮັກຊາດລາວຮັກບັນພະບຸລຸດ ຮັກຄວາມເປັນລາວ

Follow On Facebook

วันเสาร์ที่ 13 มกราคม พ.ศ. 2561

ສາລະ 10 ປະການອາດທຳລາຍສະໝອງ

ສາລະ 10 ປະການທີ່ອາດທຳລາຍສະໝອງຂອງທ່ານໂດຍບໍ່ຮູ້ໂຕ 
ຄົນເຮົາດົລົງຊີວິດປະຈຳວັນອາດພົບພໍ້ກັບຄວາມຟ້າວຟັ່ງຮີບຮ້ອນ ຫຼື ເຮັດວຽກໜັກເກີນໄປ ການກິນອາຫາ ຫຼື ເຄື່ອງບາງຢ່າງທີ່ອາດສົ່ງຜົນສະທ້ອນຕໍ່ຮ່າງກາຍ ແລະ ສະໝອງເຮົາໄດ້ ບາງຄັ້ງເລື່ອງນ້ອຍໆ ທີ່ເຮົາບໍ່ຄາດຄິດກໍ່ອາດຈະນຳມາເຊີ່ງສີ່ງທີ່ບໍ່ດີຕໍ່ສຸຂະພາບເຊັ່ນ:

1. ບໍ່ກີນເຂົ້າເຊົ້າ: ຫຼາຍຄົນຄີດວ່າການທີ່ບໍ່ກີນເຂົ້າເຊົ້ານັ້ນຈະເຮັດໃຫ້ລະດັບນ້ຳຕານໃນເລືອດຕ່ຳແຕ່ນີ້ເປັນສາເຫດໃຫ້ ສານອາຫານໄປລ້ຽງສະໝອງບໍ່ພຽງພໍ ສາມາດເຮັດໃຫ້ສະໝອງເສື່ອມໄດ້.
2. ກີນອາຫານຫຼາຍເກີນໄປ:ຈະເຮັດໃຫ້ຫຼອດເລືອດແດງໃນສະໝອງແຂງໂຕເປັນສາເຫດໃຫ້ເກີດພະຍາດຄວາມຈຳເຊື່ອມ.
3. ການສູບຢາ: ເປັນສາເຫດຂອງພະຍາດສະໝອງຟໍ່ ແລະ ພະຍາດຄວາມຈຳເສື່ອມ.

4. ກິນຂອງຫວານຫຼາຍເກີນໄປ:ຈະໄປສະກັດກັ້ນການດູດຊືມໂປຣຕີນແລະສານອາຫານທີ່ເປັນປະໂຫຍດເປັນສາເຫດຂອງ ການຂາດສານອາຫານ ແລະ ສະກັດກັ້ນການພັດທະນາສະໝອງ.


5. ມົນລະພິດ:ສະໝອງເປັນພາກສ່ວນເຮັດວຽກໜັດທີ່ສຸດໃນຮ່າງກາຍການສູດດົມອາກາດທີ່ເປັນມົດລະພິດເຂົ້າໄປຈະ ເຮັດໃຫ້ອົກຊີໃນສະໝອງມີໜ້ອຍ ສົ່ງຜົນໃຫ້ປະສິດຕີພາບໃນການເຮັດວຽກຂອງສະໝອງຫຼຸດລົງ
6. ການອຶດນອນ:ເປັນເວລາດົນຈະເຮັດໃຫ້ຈຸລັງສະໝອງຕາຍໄດ້ ສ່ວນການນອນຫຼັບເຮັດໃຫ້ສະໝອງໄດ້ພັກຜ່ອນ.
7. ການນອນເອົາຜ້າຫົ່ມປົກຫົວ:ຈະເປັນການເພີ້ມຄາບອນໄດຣອ໋ອກໄຊໃຫ້ຫຼາຍຂື້ນແລະຫຼຸດອົກຊີໃຫ້ໜ້ອຍລົງສົ່ງຜົນ ໃຫ້ການເຮັດວຽກຂອງສະໝອງບໍ່ມີປະສິດຕິຜົນ.
8. ໃຊ້ສະໝອງເວລາທີ່ບໍ່ສະບາຍ: ການເຮັດວຽກ ຫຼື ຮຽນໃນເວລາທີ່ບໍ່ສະບາຍ ຈະເຮັດໃຫ້ປະສີດຕິພາບການເຮັດວຽກຂອງສະໝອງຫຼຸດລົງ ຄືກັນກັບການທຳລາຍສະໝອງໄປໃນໂຕ.
9. ຂາດການໃຊ້ຄວາມຄິດ:ການຄິດເປັນສີ່ງທີ່ດີທີ່ສຸດໃນການຝືກສະໝອງສ່ວນການຂາດການໃຊ້ຄວາມຄີດອາດເຮັດ ໃຫ້ສະໝອງຟໍ່ໄດ້.
10. ເປັນຄົນບໍ່ມັກເວົ້າ: ທັກສະໃນການເວົ້າຈະເປັນໂຕສະແດງເຖີງປະສິດຕິພາບຂອງສະໝອງ.
ທີ່ມາ ພັນລາວ

ไม่มีความคิดเห็น:

แสดงความคิดเห็น

ແນະນຳ

ວັນວາເລນໄທນ໌ແມ່ນວັນຫຍັງ ແລະ ເກີດຂຶ້ນໄດ້ແນວໃດ ?

ວັນວາເລນໄທນ໌ແມ່ນວັນຫຍັງ ແລະ ເກີດຂຶ້ນໄດ້ແນວໃດ ?              ວາເລນໄທນ໌ ຫຼືວັນແຫ່ງຄວາມຮັກ ເປັນຫຍັງຈຶ່ງຕ້ອງເປັນວັນທີ 14 ກຸມພາ ເປັນຄຳຖາມທີ່ໜ້...

sponsor

sponsor