ຂ້ອຍຮັກປະເທດລາວ

ເກີດເປັນຄົນລາວຮັກຊາດລາວຮັກບັນພະບຸລຸດ ຮັກຄວາມເປັນລາວ

Follow On Facebook

วันอาทิตย์ที่ 14 มกราคม พ.ศ. 2561

ຖ້ຳປິວ ແຂວງ ຊຽງຂວາງ


  •  ຖ້ຳປິວ   

                      ​ແຫຼ່ງທ່ອງ​ທ່ຽວ​ຖ້ຳ​ປີວ​ນີ້ ແມ່ນແຫຼ່ງທ່ອງທ່ຽວທາງປະຫວັດສາດແຫ່ງໜຶ່ງຂອງ ສ ປ ປ ລາວ ໃນສະໄໝສົງຄາມຮຸກຮານຂອງສະຫະລັດອາເມລິກາເັນບ່ອນລີ້ໄພສົງຄາມຂອງປະຊາຊົນເຊິ່ງມີປະຫວັດຄວາມເປັນມາດັ່ງນີ້:


          ເລີ່ມແຕ່ປີ 1964 (ສົງຄາມເພີມທະວີຢູ່ລາວ) ຂອງອາເມລິກາ ແລະ ລູກມືຫວັງດັບມອດຂະບວນ ການຕໍ່ສູ້ເພື່ອສັນຕິພາບ ແລະ ເອກະລາດແຫ່ງຊາດ ຂອງປະຊາຊົນເຮົາ ໄດ້ເພີ່ມທະວີຄວາມດຸເດືອດ ແລະ ຮຸນແຮງເລື້ອຍໆພວກເຂົາໄດ້ເປີດສາກບຸກໂຈມຕີເຂົ້າເຂດປົດປ່ອຍຂອງກຳລັງຮັກຊາດດ້ວຍຫຼາຍບັ້ນຮົບ ໃນຂອບເຂດທົ່ວປະເທດ.
    ຢູ່ຊຽງຂວາງ ພວກ​ເຂົາໄດ້ເປີດຫຼາຍບັ້ນຮົບ ດ້ວຍຍຸດໂທບາຍ 3ກ້ຽງ-ຂ້າກ້ຽງທຳລາຍກ້ຽງດັບສູນກ້ຽງ.ແຕ່ຍຸດທະສາດບຽດຍຶດ ຂອງພວກເຮົາເຂດປົດປ່ອຍຂອງພວກເຂົາ ໄດ້ຖືກກຳລັງຮັກ ຊາດ ແລະ ປະຊາຊົນເຮົາ ຕໍ່ຕ້ານຢັນຄືນ ຢ່າງດຸເດືອດ ພິລະອາດຫານ,ສາມາດຕີຖອຍ ແລະ ເປີດກ້ວາງເຂດປົດປ່ອຍຂຶ້ນເລື້ອຍໆພາຍໃຕ້ການນຳພາຂອງສູນກາງ ພັກ ໂດຍສະເພາະຂອງຄະນະພັກການທະຫານ ແຂວງຊຽງຂວາງ ອັນມີ ທ່ານ ສະໝານ ວິຍະເກດ ເປັນຜູ້ບັນ ຊາການສູງສຸດສາມາດທັບມ້າງກົນອຸບາຍບຽດຢຶດເຂດປົດປ່ອຍຂອງພວກເຂົາ ໃຫ້ປະລາໄຊລົງ.


     ຍ້ອນການປະລາໄຊ ອັນເຈັບແສບຢູ່ບັ້ນຮົບຕ່າງໆດັງກ່າວ ພວກເຂົາຈຶ່ງເພີ່ມທະວີຝຸງຍົນສູ້ຮົບຍິງທຳລາຍ, ເຜົາຜ່ານເຂດປົດປ່ອຍຢ່າງປ່ວງບ້າໃຊ້ຍົນຖິ້ມລະເບີດຢ່າງບໍ່ເລືອກເປົ້າໝາຍ ຕະຫຼອດຮອດເຮືອນຊານບ້ານຊ່ອງຂອງປະຊາຊົນເຊັ່ນ: ໂຮງຮຽນໂຮງໝໍວັດວາອາຣາມ ນັບທັງຊີວິດ ແລະ ຊັບສິນຂອງປະຊາຊົນຈົນນັບບໍ່ຖ້ວນ. ໃນນັ້ນມີເຫດການໜຶ່ງທີ່ທຸກຄົນອາດລືມໄດ້ນັ້ນກໍ່ຄື ໂສກອະນາດຕະກຳຈາກການຍິງລູກສອນໄຟໃສ່ຖ້ຳປິວເມືອງຄຳແຂວງຊຽງຂວາງ  ຂອງກຳລັງອາກາດສະຫະລັດອາເມລິກາ ໃນມື້ວັນທີ່ 24 ພະຈິກ1968 ອັນໄດ້ເຂັນຂ້າປະຊາຊົນ ທີ່ລີ້ໄພຢູ່ໃນນັ້ນ ເສຍຊີວິດພາບດຽວ 374 ຄົນໃນພຽງສ້ຽວວິນາທີ.
    ດັ່ງນັ້ນ ໃນວັນທີ່ 24 ຂອງທຸກໆປີ ຈຶ່ງກາຍເປັນວັນຄຽດແຄ້ນສົງຄາມຮຸກຮານເປັນວັນລະນຶກ ແລະ ໄຫວ້ອາໄລເຖິງດວງວິນຍານຂອງພໍ່ແມ່ປະຊາຊົນຜູ້ບໍລິສຸດ ຊຶ່ງຕົກເປັນເຫື່ຍອເຄາະຮ້າຍຈາກເຫດການຄັ້ງນັ້ນ. ພວກເພິ່ນໄດ້ສະຫຼະຊີວິດເລືອດເນື້ອ ເພື່ອເອກະລາດແຫ່ງຊາດ ເພື່ອຄວາມສົມດູນພູນສຸກຂອງພວກເຮົາໃນວັນນີ້
     ​ແຫຼ່ງທ່ອງ​ທ່ຽວ​ຖ້ຳ​ປີວ​ນີ້ ຍັງ​ຈະ​ຕ້ອງ​ໄດ້​ປັບປຸງ​ເສັ້ນທາງ​ເຂົ້າ​ໃຫ້​ມີ​ຄວາມ​ສະດວກ​ສະບາຍ​ຂຶ້ນ ​ແລະ ສາມາດ​ຮອງ​ຮັບ​ໃຫ້​ແກ່​ງານ​ບຸນຖ້ຳ​ປິວ​ແຫ່ງ​ນີ້ ​ແລະ ຍັງ​ຈະ​ໄດ້​ປັບປຸງ​ສິ່ງ​ຮອງ​ຮັບ​ຕ່າງໆ ​ເຊັນ: ຫ້ອງ​ນ້ຳຮ້ານ​ອາຫານ...

ຂໍ້ມູນຈາກ: http://xiengkhouang.gov.la

ไม่มีความคิดเห็น:

แสดงความคิดเห็น

ແນະນຳ

ວັນວາເລນໄທນ໌ແມ່ນວັນຫຍັງ ແລະ ເກີດຂຶ້ນໄດ້ແນວໃດ ?

ວັນວາເລນໄທນ໌ແມ່ນວັນຫຍັງ ແລະ ເກີດຂຶ້ນໄດ້ແນວໃດ ?              ວາເລນໄທນ໌ ຫຼືວັນແຫ່ງຄວາມຮັກ ເປັນຫຍັງຈຶ່ງຕ້ອງເປັນວັນທີ 14 ກຸມພາ ເປັນຄຳຖາມທີ່ໜ້...

sponsor

sponsor