ຂ້ອຍຮັກປະເທດລາວ

ເກີດເປັນຄົນລາວຮັກຊາດລາວຮັກບັນພະບຸລຸດ ຮັກຄວາມເປັນລາວ

Follow On Facebook

วันเสาร์ที่ 13 มกราคม พ.ศ. 2561

ທົ່ງໄຫຫີນ 1.(ແຂວງຊຽງຂວາງ)

ທົ່ງໄຫຫີນ 1.(ແຂວງຊຽງຂວາງ)


ผลการค้นหารูปภาพสำหรับ ທົ່ງໄຫຫີນผลการค้นหารูปภาพสำหรับ ທົ່ງໄຫຫີນ

      ຕັ້ງຢູ່ທາງທິດຕາເວັນຕົກສ່ຽງເໜືອ ຂອງຕົວ ເມືອງໂພນສະຫວັນ ປະມານ 8 ກິໂລແມັດໃນນັ້ນ ປະກອບດ້ວຍໄຫຫີນທັງໝົດ 334 ໜ່ວຍ,ຈາກການປະເມີນທາງດ້ານນ້ຳໜັກ ແລະ ວັດຮອບຕົວຈິງ ຂອງອົງການ UNESCO ແລ້ວເຫັນວ່າໄຫຫີນໜ່ວຍທີ່ໃຫຍ່ກ່ວາໝູ່ມີນ້ຳໜັກຫຼາຍກ່ວາ10.000 ກິໂລກຣາມ ແລະ ມີວັດຮອບ​ໄດ້ 8.14 ແມັດບັນຫາດັ່ງກ່າວ ຈຶ່ງເປັນທີ່ໜ້າສົນໃຈວ່າ: ໃນຍຸກ 2500-3000 ປີ ທີ່ຜ່ານມາ (ປີທີ່ໄຫຫີນຖືກສ້າງຂຶ້ນ) (Miss Coloni, 1930-1935), ກ່ອນບໍ່ທັນມີກົນຈັກທີ່ທັນສະໄໝ ຈຶ່ງໜ້າຕັ້ງຂໍ້ສັງເກດວ່າ: ຄົນສະໄໝກ່ອນຂົນຍ້າຍໄຫຫີນດ້ວຍວິທີໃດ ຈາກບ່ອນຜະລິດໄຫຫີນ (ພູເກັງ) ທີ່ມີໄລຍະທາງເກືອບ 10 ກິໂລແມັດ. ພາຍໃນທົ່ງໄຫ ຍັງມີຖ້ຳ ທີ່ມີຄວາມລຶກລັບທາງດ້ານປະຫວັດສາດອີກຫຼາຍຢ່າງ ທີ່ໜ້າສຶກສາ. ສະຖານ​ທີ່​ທ່ອງ​ທ່ຽວ​ທົ່ງ​ໄຫ​ຫີນ 1 ນີ້ ຍັງ​ມີ​ບາງ​ສິ່ງ​ທີ່​ຈະ​ຕ້ອງ​ໄດ້​ປັບປຸງ​ແກ້​ໄຂ​ເຊັ່ນ: ຈັດ​ສັນ​ໃໝ່ສ້າງ​ຫ້ອງ​ຂໍ້​ມູນສ້າງຕະຫຼາດ​ຂາຍ​​ເຄື່ອງຂອງ​ປະຊາຊົນ​ທ້ອງ​ຖິ່ນ ​ເປັນຕົ້ນ​ແມ່ນ ​ຂາຍ​ເຄື່ອງ​ທີ່​ລະນຶກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ,  ສ້າງ​ເຮືອນ​ຂາຍ​ປີ້​ໃໝ່ ​ແລະ ສິ່ງ​ອຳນວຍ​ຄວາມ​ສະດວກ​ອື່ນໆ.

ແຫລ່ງ: ອົງການພັດທະນາການທ່ອງທ່ຽວ 

ไม่มีความคิดเห็น:

แสดงความคิดเห็น

ແນະນຳ

ວັນວາເລນໄທນ໌ແມ່ນວັນຫຍັງ ແລະ ເກີດຂຶ້ນໄດ້ແນວໃດ ?

ວັນວາເລນໄທນ໌ແມ່ນວັນຫຍັງ ແລະ ເກີດຂຶ້ນໄດ້ແນວໃດ ?              ວາເລນໄທນ໌ ຫຼືວັນແຫ່ງຄວາມຮັກ ເປັນຫຍັງຈຶ່ງຕ້ອງເປັນວັນທີ 14 ກຸມພາ ເປັນຄຳຖາມທີ່ໜ້...

sponsor

sponsor