ຂ້ອຍຮັກປະເທດລາວ

ເກີດເປັນຄົນລາວຮັກຊາດລາວຮັກບັນພະບຸລຸດ ຮັກຄວາມເປັນລາວ

Follow On Facebook

วันอังคารที่ 6 กุมภาพันธ์ พ.ศ. 2561

ວັນວາເລນໄທນ໌ແມ່ນວັນຫຍັງ ແລະ ເກີດຂຶ້ນໄດ້ແນວໃດ ? 

            ວາເລນໄທນ໌ ຫຼືວັນແຫ່ງຄວາມຮັກ ເປັນຫຍັງຈຶ່ງຕ້ອງເປັນວັນທີ 14 ກຸມພາ ເປັນຄຳຖາມທີ່ໜ້າສົງໃສແມ່ນບໍ່ ມີຄວາມຮູ້ກ່ຽວກັບວັນວາເລນໄທນ໌ມາເລົ່າສູ່ຟັງ ວັນວາເລນໄທນ໌  (Valentine) ແມ່ນວັນ ລະນຶກເຖິງນັກບຸນ ເຊັນຕ໌ ວາເລນໄທນ໌  (Saint Valentine) ຜູ້ປ່ຽມໄປດ້ວຍຄວາມຮັກ ແລະ ຄວາມປານີ ຕໍ່ເພື່ອນມະນຸດຢ່າງແທ້ຈິງ ແຕ່ລາວຕ້ອງຈົບຊິວິດລົງ ດ້ວຍການຮັບໂທດ  ປະຫານຊີວິດໃນວັນທີ 14 ກຸມພາ ປີ ຄສ 270 ຫຼື ເມື່ອປະມານ 1,728 ປີຜ່ານມາແລ້ວໃນຈັກກະພັດໂຣມັນ ປະຫວັດຄວາມເປັນມາຂອງເລື່ອງນີ້ເກີດຂື້ນ ໃນ ຄສ ທີ 3 ມີຜູ້ນຳຊາວຄຣິສຕຽນ ຜູ້ໜຶ່ງຊື່ວ່າ "ວາເລນຕິນັສ" ເຂົ້າເປັນຄົນທີ່ມີຄວາມຈິງໃຈ ແລະ ເມດຕາເພື່ອນມະນຸດທຸກຄົນ ໃນແຕ່ລະວັນ ລາວຈະນຳເອົາອາຫານ ແລະ ຂອງໃຊ້ທີ່ຈຳເປັນ ໄປວາງໄວ້ໜ້າປະຕູເຮືອນຂອງຄົນຍາກຈົນ ໂດຍບໍ່ໃຫ້ຄົນເທົ່ານັ້ນຮູ້ ເຊິ່ງໃນສະໄໝນັ້ນລະ ອານາຈັກໂຣມັນມ່ນຍັງບໍ່ທັນຍອມຮັບສາສະໜາຄຣິສ ແລະ ໃຜທີ່ນັບຖື ສາສະໜາດັ່ງກ່າວ ຈະມີຄວາມຜິດຮ້າຍແຮງ ພວກຄຣິສຕຽນຈຶ່ງຖືກທາລຸນຂົ່ມເຫງ ຖືກບັງຄັບໃຫ້ເຊົາເປັນຄຣິສຕຽນ ຄົນໃດບໍ່ຍອມເລີກ ນັບຖືແມ່ນຈະມີຄວາມຫມາຍຮ້ານແຮງ ວາເລນຕິນັສ ກໍ່ລວມຢູ່ໃນກຸ່ມຂະບວນການທີ່ຖືກຂົ່ມເຫງ ແລະ ທໍລະມານໃຫ້ເຊົານັບຖືສາສະໜາຄຣິສ ແຕ່ລາວບໍ່ຍອມຈຶ່ງຖືກຈັບເຂົ້າຄຸກ ໃນຂໍ້ຫາເປັນຄົນຄຣິສຕຽນ ຂະນະທີ່ລາວຖືກຈັບຂັງຄຸກນັ້ນ ລາວກໍ່ພົບຮັກກັບສາວຕາບອດຄົນໜຶ່ງ ເຊິ່ງເປັນລູກສາວຂອງນາຍຄຸມຫ້ອງຂັງ ດ້ວຍຄວາມຮັກ ແລະ ຄຳອະທິຖານຂອງລາວ ພະເຈົ້າໄດ້ລົງໂຜດໃຫ້ຕາຂອງຄົນຮັກຂອງລາວ ເນມຫາຍດີເປັນປົກກະຕິ ດ້ວຍເຫດການນັ້ນຈຶ່ງເຮັດໃຫ້ຜູ້ຄຸມ ແລະ ຄອບຄົວຂອງລາວຫັນມານັບຖືສາດສະໜາຄຣິດສະຕຽນ

         ເມື່ອເຫດການດັ່ງກ່າວຮູ້ເຖິງຈັກກະພັດ ຄະລາດີອຸສ ທີ 2 ຂອງໂຣມ  ພະອົງຈຶ່ງເກີດຄວາມບໍ່ພໍໃຈຢ່າງຮ້າຍແຮງ ດ້ວຍການນຳລາວໄປຕີດ້ວຍໄມ້ ແລະ ນຳໄປປະຫານຊີວິດດ້ວຍການຕັດຄໍ ໃນຄືນສຸດທ້າຍ ກ່ອນຈະນຳລາວໄປປະຫານນັ້ນ ລາວໄດ້ຂຽນຈົດໝາຍສັ້ນ ເພື່ອເປັນການອຳລາຍິ່ງທີ່ລາວຮັກ ຕອນເຊົາຂອງວັນທີ 14 ກຸມພາ ຄສ 270 ວາເລນຕິນັສ ກໍ່ຖືກນຳໄປຕັດຄໍ ແລະ ເອົາສົບໄປຝັ່ງໄວ້ ທີ່ເຟມິນຽນເວ ພາຍຫຼັງຕໍ່ມາເມື່ອ ຄຣິດສາສະໜາໄດ້ມີການຍອມຮັບ ຈິ່ງໄດ້ມີການສ້າງໂບດ ຫຼັງໃຫຍ່ຄຸມທັບສຸສານຂອງລາວ ເພື່ອເປັນອະນຸສອນສະຖານ ລຳລຶກເຖິງຊີວິດ ແລະ ຄວາມດີຂອງລາວ ຄົນທົ່ວໄປປະທັບໃຈໃນຄວາມໝາຍໄປຂອງລາວ ຈຶ່ງຖືເອົາ ວັນທີ 14 ກຸມພາ ຂອງທຸກໆປີ ເປັນ " ວັນວາເລນໄທນ໌" ພາສາອັງກິດເອີ້ນວ່າ Saint Valentine's Day ຫຼື Valentine'sDay ຫຼື ວັນແຫ່ງ ຄວາມຮັກ ຕໍ່ມາໄດ້ແຜ່ລາມເຂົ້າໄປທົ່ວເອີຣົບ ອາເມຣິກາ ແລະ ອາຊີອີກ ແລ້ວເປັນຫຍັງ ວັນວາເລນໄທນ໌ຕ້ອງໃຫ້ດອກກຸຫຼາບ...ສົງໃສບໍ...  ດ້ວຍເຫດຜົນທີ່ດອກກຸຫຼາບ ມີມາແຕ່ສະໄໝບູຮານ ຄວາມງົດງາມ ແລະ ກິ່ນ ອັນຊວນພິດສະໄໝຂອງດອກດັ່ງກ່າວ ເປັນທີ່ເລື່ອງລື ມາດົນນານ ແລະກ່າວເຖິງຄວາມງາມເປັນສິ່ງທີ່ສະແດງເຖິງຄວາມຮັກ ຄວາມມີໄມຕີຈິດ ຄວາມໜ້າຮັກ ແລະ ຄວາມສວຍງາມ ການບູຊາ ແລະ ການກ້ຽວພາລາສີ ດັ່ງນັ້ນ, ກູຫຼາບຈຶ່ງເປັນດັ່ງໂຕແທນແຫ່ງຄວາມຮັກ  ແລະ ຄວາມອຳມະຕະຈົນມີຕຳນານເລົ່າຂານຕ່າງໆ ຕັ້ງແຕ່ສະໄໝເກຣັກ ເຊິ່ງຕຳນານເລົ່າວ່າ " ຄຣໍລິສ " ເທບທິດາແຫ່ງດອກໄມ້ ໄດ້ບັນດານໃຫ້ຮ່າງຂອງນາງໄມ້ເປັນດອກກຸຫຼາບ ແລະ ຍົກໃຫ້ເປັນລາຊະນີຂອງດອກໄມ້ ຈາກນັ້ນຕໍ່ມາໄດ້ມີການມອບດອກກຸຫຼາບໃຫ້ແກ່ "ອີຣອສ" ລູກຊາຍ ເຊິ່ງເປັນເທບແຫ່ງຄວາມຮັກ ສ່ວນໃນ ສາສະໜາຄຣິດເຊື່ອວ່າ ໃນສະໄໝພະເຢຊູຖືກຄຶງໄວ້ທີ່ໄມ້ກາງແຂນນັ້ນ ພະໂລຫິດໄດ້ໄຫຼຢົດລົງ ເທິງຕົ້ນຫຍ້າມອສ ແລະ ໄດ້ບັງເກີດເປັນຕົ້ນກຸຫຼາບທີ່ມີສີແດງສົດ ຈຶ່ງມີການເອີ້ນດອກກຸຫຼາບຊະນິດນີ້ວ່າ  "ກຸຫຼາບມອສ" ນອກຂາກນັນຍັງມີການສູ້ຮົບລະຫວ່າງສອງຕະກຸນໃຫຍ່ ຄືລາຊະວົງຍອສ ເຊິ່ງໄຊ້ສັນຍາລັກເປັນດອກກຸຫຼາບສີຂາວ ແລະ ລາຊະວົງແຄຣສເຕີ ໄຊ້ດອກກຸຫຼາບແດງເປັນສັນຍາລັກ ແລະ ໄດ້ເອີ້ນສົງຄາມຄັ້ງນີ້ວ່າ "ສົງຄາມດອກກຸຫຼາບ" ເຊິ່ງເກີດໃນປີ ພສ 1948-2028 ແລະ ໃນສະໄໝຕໍ່ມາພວກກຸຫຼາບແດງໄດ້ມາແຕ່ງານກັບພວກກຸຫຼາບຂາວ ເຊິ່ງໃນປະຈຸບັນກຸຫຼາບແດງໄດ້ເປັນດອກໄມ້ປະຈຳຊາດຂອງອັງກິດ

       ຍ້ອນກັບໄປອະດີດ...ກູຫຼາບ...ລາຊະນີແຫ່ງບຸບຜາ  ດ້ວຍຄວາມໂດດເດັ່ນຂອງຮູບໂສມ ປະກອບກັບ ກິ່ນຫອມທີ່ມີສະເໜ່ເຍົ້າຍວນຊວນຫຼົງໄຫຼ ກຸຫຼາບຈຶ່ງເປັນດອກໄມ້ທີ່ນິຍົມມາຕັ້ງແຕ່ອະດີ ໂດຍສັນນິຖານວ່າ ກຸຫຼາບ ກຳເນີດຂຶ້ນມາແຕ່ສະໄໝ  Taceous ຫຼື ເມື່ອປະມານ 40 ລ້ານປີມາແລ້ວ ໂດຍເບີ່ງໄດ້ຈາກຊາກຟອສຊິວ ນັກນັກວິທະຍາສາດ  ແຕ່ຫຼັກຖານທີ່ປາກົດໃຫ້ເຫັັນເດັ່ນຊັດແມ່ນຢູ່ໃນລຫວ່າງ  5,000 ຕັ້ງແຕ່ສະໄໝ ສຸເມຣຽນ (Sumerians) ໂດຍນັກບູຮານຄະດີໄດ້ຄົ້ນພົບໃນຫຼຸມສົບຂອງກະສັດໃນສະໄໝນັ້ນ
       ເຮົາມາເບິ່ງຄວາມໝາຍຂອງດອກກຸຫຼາບແຕ່ລະຊະນິດວ່າໝາຍເຖິງຫຍັງ ແຕ່ລະສີມີຄວາມໝາຍວ່າແນວໃດ         - ກຸຫຼາບສີແດງ ໝາຍເຖິງຄວາມຮັກ ແລດ ຄວາມປາດຖະໜາ ເປັນດອກໄມ້ ຂອງ ຄິວປິດ ແລະ ອີຣອສ ( ກາມມະເທບ ) ເປັນສິ່ງທີ່ນຳໂຊກມາສູ່ຜູ້ຍິງທີ່ໄດ້ຮັບ

 

         - ກຸຫຼາບສີຊົມພູ ໝາຍເຖິງຄວາມຮັກ ຄວາມຮັກທີ່ມີຄວາມສຸກຢ່າງສົມບູນທີ່ສຸດ

       - ກຸຫຼາບສີເຫຼືອງ ຫຼື ສີສົ້ມ ໝາຍເຖິງຄວາມຮັກຮ້ອນແຮງ ແລະ ຍາວນານບໍ່ຈືດຈາງ ຫວານຊື່ນ ແລະ ມີຄວາມສຸກ
     - ກຸຫຼາບສີຂາວ ໝາຍເຖິງ  ໝາຍເຖິງ ຄວາມມີສະເໜ່ ຄວາມບໍລິສຸດ ຄວາມງຽບສະຫງົບ ແລະ ນຳໂຊກມາສູ່ຜູ້ຍິງທີ່ໄດ້ຮັບ ເຊັ່ນດຽວກັບດອກກຸຫຼາບສີແດງ

        - ກຸຫຼາບຈູມ ໝາຍເຖິງຄວາມຮັກ ແລະ ຄວາມໝຸ່ມນ້ອຍ
       - ກຸຫຼາບບານ ໝາຍເຖິງຄວາມຮັກທີ່ກໄລັງເບັ່ງບານ ຄວາມອ່ອນຫວານສົດຊື່ນ
         ເປັນແນວໃດແນ່ກັບທີ່ມາຂອງວັນວາເລນໄທນ໌ ແລະ ຄວາມໝາຍຂອງດອກກຸຫຼາບ ທ່ານໃດມີຄູຮັກກໍ່ຢ່າລືມເບິ່ງແຍງ ແລະ ທະນຸທະໜອມຄົນທີ່ທ່ານຮັກ ແລະ ມອບດອກກຸຫຼາບເພື່ອເປັນສື່ແທນຄວາມຮັກ ແຕ່ຈັງໃດກໍ່ຕາມຄວາມຮັກ ສື່ຄວາມຮັກໃດກໍ່ບໍ່ມີຄວາມໝາຍເທົ່າກັບຄວາມຮັກທີ່ອອກມາຈາກໃຈ.
Kaspersky ໄດ້ອອກແຈ້ງເຕືອນ! ການເບີ່ງໜັງໂປ້ໃນອຸປະກອນທີ່ໄຊ້ລະບົບປະຕິບັດການ Android ສ່ຽງຖືກ Malware ແລະ Ransomware ໂຈມຕີ




ແຕ່ຈາກຂໍ້ມູນປີ 2017 ທີ່ຜ່ານມາພົບວ່າ ມີເຫຍື່ອທີ່ໄຊ້ໂທລະສັບ Android ໂດຍທັງມັນແວ໌ ແລະ ແຣນຊຳແວຊ໌ (Malware and Ransomware) ທີ່ປອມໂຕມາເປັນແອັບ ຫນັງໂປ້ ແລະ ເຂົ້າໄປທຳລາຍຂໍ້ມູນຂອງຜູ້ໄຊ້ ດ້ວຍການຮຽກຄ່າໄຖ່ ແລະ  ທຳລາຍຂໍ້ມູນ ຈົນມີການສູນເສຍຊັບໄປຫຼາຍກວ່າ ຖືກບອດຫຼາຍກວ່າ 90,000 ໂຕ ເຂົ້າໄປສະແປມໃນເວັບໂປ້ ໃນ Twitter ເຊັ່ນ: ແຊຣ໌ ວີດີໂອຫນັງໂປ້ ໂດຍໄຊ້ຊື່ເຮົາ ... ແບບເລະເທະເລີຍ
       ສະນັ່ນ, ການດາວໂຫລດແລະຕິດຕັ້ງແອັບພິເຄຊັ່ນຕ່າງໆ ເຮົາຄວນມີຄວາມລະມັດລະວັງ ແລະ ບໍ່ເຂົ້າເວັບໄຊທ໌ ແປກໆ ຫຼື ຄຣິກໄປທົ່ວທີບ

วันพุธที่ 31 มกราคม พ.ศ. 2561


ເລື່ອງ - ລົດເມຮອບເດິກ

ເຖິງແມ່ນວ່າພວກເຮົາບໍ່ຄ່ອຍໄດ້ຍິນເລື່ອງຕຳນານສະຫຍອງຂວັນໃນປະເທດຈີນປານໃດ. ແຕ່ມີເລື່ອງເລົ່າເລື່ອງຫນຶ່ງ. ທີ່ເອີ່ຍຂຶ້ນມາຄົນຈີນຕ້ອງຮ້ອງອໍ, ຍິ່ງຖ້າເປັນຄົນທີ່ອາໃສໃນເມືອງປັກກິ່ງແມ່ນຈະຮູ້ເລື່ອງດັ່ງກ່າວດີ.

ເລື່ອງມີຢູ່ວ່າ ... ຜູ້ຊາຍຄົນໜຶ່ງນັ່ງເຮັດວຽກຢູ່ຈົນລືມເວລາກັບບ້ານເນື່ອງຈາກຕ້ອງສະສາງວຽກໃນທ້າຍອາທິດ ພໍຮູ້ສຶກໂຕກະເດິກແລ້ວ ລາວຈຶ່ງເກັບຂອງອອກມາຈາກຫ້ອງການ ເພື່ອຂຶ້ນລົດເມກັບບ້ານ ເຊິ່ງປ້າຍລົດເມຢູ່ຫ່າງຫ່າງຈາກຫ້ອງການພໍສົມຄວນ ໃນເວລາທີ່ລາວຢ່າງລາວໄດ້ແຕ່ພາວະນາເພື່ອໃຫ້ທັນລົດເມຖ້ຽວ ສຸດທ້າຍ. ແຕ່ຫນ້າແປກທີ່ ຖະໜົນໃນຕອນກາງຄືນນັ້ນ ຖະຫນົນຫົນທາງໄດ້ມິດງຽບບໍ່ມີການສັນຈອນ. ເຊິ່ງໃນເວລາທີ່ປົກກະຕິມັນບໍ່ມິດງຽບປານນີ້. ແຕ່ຜູ້ຊາຍບໍ່ຄິດຫຼາຍ. ຍັງຍ່າງຢູ່ຕາມທາງ. ຈົນເຖິງປ້າຍລົດເມໃນທີ່ສຸດ. ໂຊກດີ, ບ່ອນຈອດລົດມີຜູ້ຊາຍສູງອາຍຸນັ່ງຢູ່ໃນລົດຄືກັນ (ບາງຄົນເວົ້າວ່າເປັນຜູ້ຍິງອາຍຸ), ດັ່ງນັ້ນລາວຈຶ່ງບໍ່ຮູ້ສຶກເຫງົາເກີນໄປ.
ໃນທີ່ສຸດ ລົດເມຖ້ຽວສຸດທ້າຍໄດ້ມາຈອດທີ່ປ້າຍລົດເມ. ຜູ້ຊາຍທັງສອງຄືພະນັກງານຊາຍ ແລະ ຜູ້ຊາຍສູງອາຍຸ ໄດ້ຂຶ້ນລົດ ແລະ ຊອກບ່ອນນັ່ງ. ໃນລົດເມບໍ່ມີຜູ້ໂດຍສານຈັກຄົນ. ມີພຽງແຕ່ຄົນຂັບລົດ ແລະ ຄົນເກັບເງິນ ຫຼັງຈາກທີ່ຊອກຫາບ່ອນນັ່ງ ແລະ ຈ່າຍຄ່າປີ້ແລ້ວແລ້ວ. ລົດໄດ້ອອກໄປຕາມເສັ້ນທາງທີ່ງຽບສະຫງົບຕາມປົກກະຕິ. ລົດໄດ້ຢຸດຢູ່ປ້າຍລົດເມແຫ່ງໜຶ່ງ ແລະ ມີຜູ້ໂດຍສານ 2 ຄົນຂຶ້ນມາເຖິງລົດ (ບາງຄົນເວົ້າວ່າ 3 ຄົນ ແລະ ຫນຶ່ງໃນພວກເຂົາໄດ້ນຸ່ງສີແດງ). ເຊິ່ງພະນັກງານບໍລິສັດບໍ່ໄດ້ສົນໃຈຫຍັງ ລາວນັ່ງເອນຫຼັງເພື່ອພັກຜ່ອນເພາະເຮັດວຽກເມື່ອຍມາໝົດມື້.


ໃນທັນໃດນັ້ນຜູ້ຊາຍສູງອາຍຸທີ່ໄດ້ຂຶ້ນລົດມາກັບລາວແຕ່ປ້າຍທໍາອິດ ເພິ່ນໄດ້ລຸກຂຶ້ນ ແລະ ຮ້ອງຂຶ້ນ ແລະ ໂວຍວາຍວ່າພະນັກງານບໍລິສັດລັກເງິນລາວ ທ່າມກາງຄວາມມຶນງົງຂອງພະນັກງານບໍລິສັດ ແລະ ເຖິງແມ່ນວ່າລາວຈະປະຕິເສດ ຜູ້ຊາຍເຖົ້າຍັງກ່າວຫາລາວ ລົດເມໄດ້ພະຍາຍາມເຈລະຈາຢູ່ໃນລົດ. ແຕ່ຜູ້ຊາຍອາຍຸໄດ້ປະຕິເສດ ລາວຂ້ອຍຈະໄປຫາຕຳຫຼວດເທົ່ານັ້ນ. ສຸດທ້າຍຄົນຂັບລົດເມຕ້ອງຂັບລົດໄປບ່ອນປ້ອມຕຳຫຼວດທີ່ຢູ່ໃກ້ໆ.
ແຕ່ທັນທີທີ່ລົງຈາກລົດເມ ຜູ້ຊາຍອາຍຸໄດ້ຫຼຽວເບິ່ງໜ້າພະນັກງານບໍລິສັດ ແລ້ວຜ່ອນລົມຫາຍໃຈລົງ. ໃບຫນ້າຂອງລາວ, ບໍ່ມີອາການຂອງຄວາມໃຈຮ້າຍຄືຕອນທຳອິດ. ຊາຍໝຸ່ມພະນັກງານຈຶງຮູ້ສຶກງົງ ແລະ ຖາມຂຶ້ນວ່າ.
"ເປັນຫຍັງເຈົ້າບໍ່ເຂົ້າລາຍງານຕຳຫຼວດ ?" ລາວຖາມຜູ້ຊາຍສູງອາຍຸ.
"ບໍ່" ຜູ້ຊາຍອາຍຸໄດ້ຕອບ. "ເຈົ້າບໍ່ຮູ້ບໍວ່າຂ້ອຍໄດ້ຊ່ວຍຊີວິດເຈົ້າ, ບໍ່ຮູ້ບໍ, ວ່າຜູ້ຂຶ້ນລົດມາໃໝ່ເປັນຜີ! ຂ້ອຍເຫັນເຂົາຂຶ້ນລົດ. ແຕ່ວ່າແນມບໍ່ເຫັນຂາ! ດັ່ງນັ້ນ, ດັ່ງນັ້ນຂ້ອຍຈຶ່ງຕ້ອງຫາວິທີລົງຈາກລົດ "
ຜູ້ຊາຍອາຍຸໄດ້ອະທິບາຍດ້ວຍຄວາມຢ້ານກົວ.
48 ຊົ່ວໂມງຕໍ່ມາ, ເຈົ້າຫນ້າທີ່ຕໍາຫຼວດພົບລົດເມ. ໃນຢູ່ໜອງນ້ໍາ ປະມານ 100 ກິໂລແມັດຈາກປັກກິ່ງ. ແມ່ນລົດຄັນທີ່ພະນັກງານຂອງບໍລິສັດແລະຜູ້ສູງອາຍຸຂີ່ໃນຕອນກາງຄືນຂອງມື້ກ່ອນ. ຕໍາຫຼວດພົບໂຊເຟີ ແລະ ຄົນເກັບເງິນນອນເປັນສົບ ແລະ ເນົ່າເປື່ອຍໃນລົດ. ແລະມີປິດສະໜາອື່ນອີກທີ່ບໍ່ສາມາດເຂົ້າໃຈ. ໄດ້ເຊັ່ນ ລົດເມຄັນນັ້ນເດີນທາງໄປຈຸດດັ່ງກ່າວໄດ້ຈັງໃດທັງທີ່ບໍ່ແມ່ນເສັ້ນທາງຂອງມັນ ອີກທັງໃນຖັງນ້ຳມັນກໍ່ບໍ່ມີນ້ຳມັນຈັກຢົດ ; ຊ້ຳພັດມີແຕ່ເລືອດໃນຖັງ, ກ້ອງວົງຈອນປິດກໍ່ບໍ່ສາມາດບັນທຶກພາບລົດຄັນດັ່ງກ່າວໄດ້,
ເລື່ອງນີ້ແມ່ນເລື່ອງຈິງທີ່ເກີດໃນປີ 1995 ແລະ ໂດ່ງດັງໄປທົ່ວໃນທົ່ວປະເທດຈີນ. ຊາວຈີນ, ໂດຍສະເພາະຜູ້ທີ່ອາໃສຢູ່ໃນປັກກິ່ງ. ພາກັນຢ້ານກົວທີ່ຈະຂຶ້ນລົດຖ້ຽວສຸດທ້າຍຂອງມື້. ເພາະຢ້ານຈະພົບກັບເຫດການດັ່ງກ່າວຈັກມື້.

ຍອດຂາຍ iPhone X ບໍ່ເປັນໄປຕາມເປົ້າ ສົ່ງຜົນຕໍ່ໂຮງງານຜະລິດຈໍຂອງ Samsung ລາຍໄດ້ຕົກໄປຕາມກັນ

             ສຳນັກຂ່າວ ET News ຈາກເກົາຫຼີໃຕ້ ລາຍງານວ່າ Samsung Display ນັ້ນໄດ້ຕັດສິນໃຈ ຫຼຸດການຜະລິດ ຈໍ OLED ລົງ ເນື່ອງຈາກໄດ້ຮັບຜົນກະທົບຂອງຍອດຂາຍ iPhone X ທີ່ຢູ່ໃນພາວະຜືດເຄືອງກວ່າທີ່ຄິດ ທັງນີ້ ທາງ Samsung ໄດ້ລົງທຶນສ້າງໂຮງງານ A3 ສຳລັບຜະລິດຈໍ OLED ໃຫ້ກັບ Apple ເປັນຫຼັກ ເຊິງຈາກເດີມທີການຜະລິດໃນຈຳນວນ 135,000 ອັນ ຕໍ່ເດືອນ ເຊິ່ງຜະລິດໃຫ້ແກ່ Apple ເຖິງ 105,000 ອັນ ແຕ່ຫາກເມື່ອສະຖານະການຂອງ iPhone X ຍັງບໍ່ເພີ່ມຂຶ້ນ Samsung ຈະຫຼຸດການຜະລິດ ຈໍໃນໂຮງງານ A3 ລົງຮອດ 10% ນອກຈາກນີ້ ຜົນກະທົບຈາກຍອດຂາຍ iPhone X ຍັງສົ່ງຜົນຕໍ່ແຜຍງານຂອງ Samsung ທີ່ຕຽມຂະຫຍາຍໂຮງງານຜະລິດຈໍ OLED ທີ່ຫວຽດນາມ ກໍ່ຕ້ອງໄດ້ຢຸດໄວ້ກ່ອນເຊັ່ນດຽວກັນ ເນື່ອງຈາກໂຮງງານ A3 ເປັນໂຮງງານທີ່ອອກແບບມາເພື່ອໃຫ້ຜະລິດໜ້າຈໍໃຫ້ແກ່ Apple ໂດຍສະເພາະ ແຕ່ຢ່າງໃດກໍ່ຕາມ ເມື່ອສະຖານະການບໍ່ເປັນໃຈ ທາງ Samsung ເອງກໍ່ເລີ່ມເຄື່ອນໄຫວທີ່ຈະເຂົາໄປ ເພື່ອຮອງຮັບການຜະລິດໃຫ້ແກ່ແບຣນມືຖືຂອງຈີນຕໍ່ໄປ

วันจันทร์ที่ 22 มกราคม พ.ศ. 2561

​ການຄົ້ນຄວ້າ ພົບວ່າ ການດື່ມ​ກາ​ເຟ ຊ່ວຍໃຫ້ຄົນ ມີຊີວິດຍືນຂຶ້ນ




ຫລາຍຄົນແມ່ນມັກດື່ມກາເຟນຶ່ງຈອກ ໂດຍສະເພາະແມ່ນໃນຕອນເຊົ້າ ຊຶ່ງຜົນ
ຂອງມັນກໍຄືວ່າ ການເຮັດແນວນັ້ນແມ່ນເຮັດໃຫ້ການເລີ້ມຕົ້ນມື້ໃໝ່ຂອງ​ເຂົາ​ເຈົ້າ
ດີ- ມັນກໍບໍ່ພຽງແຕ່ດີ​ສໍາ​ລັບການ​ເລີ້ມຕົ້ນມື້ໃໝ່ຂອງເຂົາເຈົ້າເທົ່ານັ້ນ ແຕ່ມັນຍັງ
ດີ​ສໍາລັບ​ຊີວິດ​ຂອງ​ເຂົາ​ເຈົ້າອີກ​ດ້ວຍ. ຕາມ​ການ​ສຶກສາຄັ້ງ​ໃໝ່ ກາ​ເຟອາດ​ເຮັດ
​ໃຫ້​ເຂົາ​ເຈົ້າ ມີ​ຊີວິດ​ຍືນ​ກວ່າ​ເກົ່າ​ໄດ້ ​ເພາະມັນສະ​ແດງ​ໃຫ້​ເຫັນ​ວ່າ ​ຄົນ​ທີ່​ດື່ມ​ກາ​
ເຟຢ່າງໜ້ອຍສາມ​ຈອກ ໃນ​ແຕ່ລະມື້ ປາກົດ​ວ່າ ມີ​ຊີວິດ​ຍືນ​ກວ່າ​ຜູ້​ທີ່​ບໍ່ດື່ມ. ຢູ່​ໃນ
ການຄົ້ນຄວ້າ​ຄັ້ງ​ໃຫຍ່​ທີ່​ສຸດເທົ່າ​ທີ່ເຄີຍມີ​ມາ ກ່ຽວກັບກາ​ເຟ ນັກວິທະຍາສາດ​ໄດ້​
ສຶກສາ​ເບິ່ງ​ຂໍ້​ມູນ ​ທີ່​ເກັບ​ກໍາມາ​ຈາກ​ຄົນ​ທີ່​ມີ​ສຸຂະພາບ​ແຂງ​ແຮງດີຈໍານວນ 5 ແສນ
​ຄົນ​ຢູ່​ໃນ ​10 ປະ​ເທດ ຂອງ​ທະວີບ​ຢູ​ໂຣບ.

ເປັນ​ເວລາ 20 ປີ ທີ່​ຫ້ອງ​ທົດ​ລອງ​ກາ​ເຟ​ແຫ່ງ​ນີ້​ໄດ້​ເຮັດ​ກາ​ເຟຂຶ້ນມາ, ທົດ​ລອງ ​ແລະ
ສະໜອງ​ເມັດ​ກາ​ເຟ​ໃຫ້​ແກ່​ລູກ​ຄ້າ. ​ໃນ​ໄລຍະ​ນັ້ນ ມີ​ການ​ສຶກສາຄົ້ນຄວ້າ ທີ່​ມີ​ຜົນ
ບໍ່ກົງກັນ ກ່ຽວກັບ​ຜົນ​ກະທົບ​ຂອງ​ກາ​ເຟຕໍ່ສຸຂະພາບ​ຂອງ​ຄົນ.

ບັດ​ນີ້ ນັກຄົ້ນຄວ້າ​ຈາກ​ອົງການ​ຄົ້ນຄວ້າ​ສາກົນດ້ານ​ໂຣກມະ​ເຮັງ ​ແລະວິ​ທະຍາ​ໄລ
Imperial ລອນ​ດອນ ​ໄດ້​ຄົ້ນພົບ​ວ່າ ການ​ບໍລິ​ໂພ​ກກາ​ເຟ​ ແມ່ນ​ມີ​ສ່ວນ​ກ່ຽວພັນ​ກັບ
​ຄວາມ​ສ່ຽງຕໍ່ການ​ເສຍ​ຊີວິດ​ທີ່​ຫລຸດ​ລົງ, ​ໂດຍ​ສະ​ເພາະ​ແມ່ນ​ການ​ເສຍ​ຊີວິດ​ຍ້ອນ
​ໂຣກກ່ຽວກັບ​ການ​ໄຫລ​ວຽນຂອງ​ເລືອດ ​ແລະທໍ່​ຍ່ອຍອາຫານ. 


ສາດສະດາຈານ Elio Rilboli ທີ່ວິ​ທະຍາ​ໄລ Imperial ລອນ​ດອນ ​ເວົ້າວ່າ “ພວກ​
ເຮົາ​ໄດ້​ພົບ​ຜົນ​ການຄົ້ນຄວ້າ​ແບບ​ດຽວກັນ ຢູ່​ໃນ​ 10 ປະ​ເທດຢູ່​ຢູ​ໂຣບ ​ແລະກໍ​ມີ​ຜົນ
​ຄື​ກັນ​ ບໍ່ວ່າ​ຈະ​ເປັນ​ການ​ດື່ມກາ​ເຟທີ່​ໃຊ້​ການ​ຕອງ​ປະ​ເພດ​ໃດ​ທີ່​ຕ່າງ​ກັນກໍ​ຕາມ ນັບ
​ແຕ່​ຈາກ​ການ​ຕອງ​ແບບ espresso ຈົນ​ເຖິງກາ​ເຟທີ່​ໃຊ້ແນວ​ຕອງ​ແບບ​ນໍ​ເວ.”



ຜູ້​ຊາຍ​ທີ່​ດື່ມ​ກາ​ເຟຢ່າງໜ້ອຍສາມ​ຈອກ​ຕໍ່ມື້ ແມ່ນ 18 ​ເປີ​ເຊັນທີ່​ຈະ​ຍືນ​ກວ່າ ພວກ​ທີ່​
ບໍ່ດື່ມ​ກາ​ເຟ​ເລີຍ. ສໍາລັບແມ່ຍິງ​ແມ່ນ 7 ​ເປີ​ເຊັນ​ຍືນກວ່າກັນ.



ທ່ານ​ Stephen Hurst ທີ່​ເຮັດ​ວຽກ​ໃຫ້​ແກ່​ບໍລິສັດ​ຜະລິດ​ເຄື່ອງ​ເຮັດກາ​ເຟ Mercanta
Coffee ​ເວົ້າວ່າ "ຂ້າ​ພະ​ເຈົ້າບໍ່ຮູ້​ວ່າ ​ເປັນ​ຫຍັງ​ເມື່ອ​ຫວນ​ຄືນ​ໄປ​ຊຸມ​ປີ​ຫລັງໆຫັ້ນ ກາ​ເຟຈຶ່ງ​ຖືກ​ມອງ​ໃນ​ທາງ​ລົບ ສະນັ້ນ ຂ້າພະ​ເຈົ້າດີ​ໃຈ​ຫລາຍ ທີ່​ເຫັນ​ວ່າ​ເວທີ​ການ​ແຂ່ງຂັນ​ໄດ້​ເຮັດ​ໃຫ້​ສະ​ເໝີພາບແດ່​ໜ້ອຍນຶ່ງ​ແລ້ວ."



​ແຕ່​ຜູ້​ທີ່​ຍັງ​ບໍ່​ເຊື່ອ​ໃນ​ຜົນ​ການຄົ້ນຄວ້ານີ້ ​ຜັດ​ເວົ້າວ່າ ຍັງມີ​ຫລາຍ​ປະ​ເດັນ ​ບໍ່​ໄດ້​ນໍາ​ເອົາ​ມາ​ພິຈາລະນາ ຢູ່​ໃນ​ບົດ​ລາຍ​ງານ​ການຄົ້ນຄວ້ານີ້ ​ເຊັ່ນ ​ເຂົາ​ເຈົ້າ​ໄດ້​ຊີ້​ແຈງວ່າ ພວກ​ດື່ມກາ​ເຟອາດ​ຈະ​ເປັນ​ຄົນ​ທີ່​ມີ​ສຸຂະພາບ​ແຂງ​ແຮງ​ດີຢູ່​ແລ້ວ​ ກ່ອນ​ຈະ​ເລີ້ມດື່ມ​ກາ​ເຟ ​ກໍ​ເປັນ​ໄດ້.

ເບີ່ງໂຕເອງຄືນດ່ວນ..! ຂໍ້ແນະນຳ 14 ຢ່າງທີ່ຄວນເລີກ ເມື່ອອາຍຸໃກ້ຈະຮອດ 30 ປີ



ມື້ນີ້ເຮົາຂໍນຳເລື່ອງລາວທີ່ດີທີ່ທ່ານບໍ່ຄວນພາດອ່ານ ເພາະມັນເປັນບົດຄວາມດີໆສຳລັບຜູ້ໃຫຍ່ໄວເຮັດວຽກທີ່ອາຍຸປະມານ 30 ປີແລ້ວ ຖືເປັນອີກໜຶ່ງເລື່ອງທີ່ໜ້າສົນໃຈຫຼາຍໆ, ບາງເທື່ອທ່ານອາດຈະໄດ້ຂໍ້ຄິດໃດດີໆຈາກການອ່ານຄັ້ງນີ້ກໍ່ເປັນໄດ້.
1. ຢຸດການໃຊ້ຈ່າຍເງິນຢ່າງຟຸ່ມເຟືອຍ: ທ່ານຕ້ອງເລີ່ມຄິດກ່ຽວກັບການໃຊ້ຈ່າຍເງິນ ຄວນເລີ່ມເກັບເງິນເພື່ອເອົາໄວ້ໝູນໃຊ້ໃນອະນາຄົດໄດ້ແລ້ວ ຄິດເຖິງຕອນທີ່ທ່ານອອກບຳນານ ວ່າຕອນນັ້ນທ່ານຄວນຈະເອົາເງິນຈາກໃສໄປໃຊ້ຈ່າຍ, ຖ້າບໍ່ເລີ່ມເກັບຕັ້ງແຕ່ຕອນນີ້ ເພາະຖ້າພຽງແຕ່ເງິນບຳເນັດ ຫຼື ເງິນບຳນານກໍ່ຄົງບໍ່ພໍດອກ.
2. ຢຸດລັງເລກ່ຽວກັບການເຮັດວຽກ ແລະ ການຫາວຽກໃໝ່: ເມື່ອອາຍຸຍ່າງເຂົ້າໄວ 30 ແລ້ວທ່ານຄວນຈະມີງານທີ່ໝັ້ນຄົງ ແລະ ເປັນວຽກທີ່ທ່ານຮັກແທ້ໄດ້ແລ້ວ ເພາະຖ້າທ່ານຍັງລັງເລກັບວຽກທີ່ເຮັດຢູ່ ແລະ ຮູ້ສຶກວ່າມັນບໍ່ແມ່ນມາພາຍຫຼັງ ມັນກໍ່ຄົງຈະສາຍເກີນໄປທີ່ຈະໄປເລີ່ມເຮັດວຽກອື່ນໃໝ່.
3. ຢຸດການຫຼິ້ນອິນເຕີເນັດທີ່ຫຼາຍເກີນໄປ: ທ່ານຄວນເລີ່ມເຮັດອັນໃດທີ່ເປັນຊິ້ນເປັນອັນ ແລະ ມີຄຸນຄ່າດີກວ່າ ກັບການຈົມປັກກັບການຫຼີ້ນໂຊຊຽວ, ທ່ານຫຼິ້ນໄດ້ແຕ່ຕ້ອງມີຂອບເຂດ ເພາະສິ່ງເຫຼົ່ານີ້ລ້ວນເຮັດໃຫ້ທ່ານເສຍເວລາ ແລະ ບໍ່ໄດ້ປະໂຫຍດອັນໃດຈາກມັນເລີຍ.
4. ຢຸດການໂພດສ໌ຕາມໃຈແບບບໍ່ຄິດ, ລະບາຍລົງໃນ Facebook ໄດ້ແລ້ວ: ໃນກໍນີທີ່ ທ່ານໄປສະມັກວຽກ ແລະ ແນ່ນອນວ່ານາຍຈ້າງທ່ານຕ້ອງກວດເຊັກປະວັດໃນ Facebook ຂອງທ່ານແນ່ນອນ .ດັງນັ້ນ, ໄປກໍຄວນກວດເບິ່ງຄືນວ່າຕົນເອງໄດ້ໂພດສອັນໃດບໍ່ດີໄວ ຫຼື ບໍ່ ແລະ ຄວນລົບມັນອອກ.
5. ຢຸດນຶກເຖິງຄວາມລົ້ມເຫຼວໃນອະດີດທີ່ຜ່ານມາ: ເພາະການຄິດເຖິງແຕ່ເລື່ອງຮ້າຍໆທີ່ຜ່ານມາ ຈະເຮັດໃຫ້ຄວາມສຸກທີ່ທ່ານຄວນຈະໄດ້ຮັບໃນປັດຈຸບັນຫາຍໄປ ອີກຢ່າງໜຶ່ງມັນບໍ່ໄດ້ຊ່ວຍໃຫ້ທ່ານໄດ້ເຮັດວຽກດີໆທີ່ທ່ານຝັນໄວ້ດອກ ລືມມັນໄປເລິີຍ! ແລ້ວມາເລີ່ມຊີວິດໃໝ່.
7. ຢຸດນິໄສການນອນໃນວັນພັກເສົາ-ອາທິດ: ບາງຄົນອາດຈະຄິດວ່າການນອນວັນພັກຈະຊ່ວຍຊົດເຊີຍໄລຍະເວລາທີ່ບໍ່ຄ່ອຍໄດ້ນອນຕອນເຮັດວຽກ, ແຕ່ນັກວິຊາການອອກມາບອກວ່າ ມັນບໍ່ໄດ້ຊ່ວຍຊົດເຊີຍເລີຍແຖມຍັງເຮັດໃຫ້ທ່ານເພຍຍິ່ງກວ່າເກົ່າອີກ ແທນທີ່ຈະນອນຢູ່ແບບນັ້ນຄວນອອກມາເຮັດກິດຈະກຳມ່ວນຊື່ນ, ມີປະໂຫຍດດີກວ່ານັ້ນ.
8. ຢຸດດື່ມຈົນເມົາຄ້າງ: ການເມົາຄ້າງເປັນອັນໃດທີ່ເຮັດໃຫ້ເສຍເວລາຫຼາຍທີ່ສຸດ ແທນທີ່ທ່ານຈະໄດ້ອອກໄປເຮັດວຽກຂ້າງນອກ, ແຕ່ທ່ານກັບມາຈົມຢູ່ກັບອາການວິນຫົວໂດຍບໍ່ໄດ້ເຮັດອັນໃດເລີຍ. ສະນັ້ນບໍ່ຄວນດື່ມຈົນເມົາປານນັ້ນ ແລະ ຄວນດື່ມນ້ຳໃຫ້ຫຼາຍໆ.
9. ຢຸດການສ້າງມິດຕະພາບຈອມປອມ: ເຖິງເວລາທີ່ທ່ານຄວນຈະມີເພື່ອນທີ່ດີ ແລະ ຈິງໃຈກັບທ່ານແທ້, ຄົນທີ່ມາພຽງເພື່ອຈະເອົາປະໂຫຍດຈາກທ່ານ ຫຼື ເອົາປຽບກັນ ຄວນຕັດພວກເຂົາອອກໄປຈາກຊີວິດເລີຍບໍ່ຕ້ອງຫ່ວງ.
10. ຢຸດແກ້ຕົວກ່ຽວກັບເລື່ອງການອອກກຳລັງກາຍ: ຫຼາຍໆຄົນຄົງຈະຜັດມື້, ປ່່ຽນວັນ ແລະ ລົບຫຼີກການອອກກຳລັງກາຍມາຕັ້ງແຕ່ຍັງເປັນໜຸ່ມເປັນສາວ, ແຕ່ເມື່ອອາຍຸກ້າວເຂົ້າ 30 ໝາຍຄວາມວ່າຮ່າງກາຍທ່ານກຳລັງຈະລ່ວງເລີຍແລ້ວ. ດັງນັ້ນ, ຄວນຫັນມາໃສ່ໃຈກັບການອອກກຳລັງກາຍແທ້ໆ.
11. ຢຸດພຶດຕິກຳການກິນອາຫານຂີ້ເຫຍື້ອ: ອາຍຸສ່ຳນີ້ແລ້ວກໍ່ຄວນຈະຮູ້ຈັກການເຮັດອາຫານກິນເອງໄດ້ແລ້ວ ເພາະການກິນອາຫານຂີ້ເຫຍື້ອ (ອາຫານຈານດ່ວນປະເພດແປ້ງ, ໝີ່, ເຂົ້າໜົມປັງ, ອາຫານສຳເລັດຮູບ…) ມັນບໍ່ດີຕໍ່ຮ່າງກາຍເລີຍ ແລະ ຍິ່ງອາຍຸຫຼາຍຂຶ້ນຍິ່ງຄວນເບີ່ງແຍງສຸຂະພາບຫຼາຍຂຶ້ນ.
11. ຢຸດການຂັບລົດຢ່າງບໍ່ລະມັດລະວັງ: ດັ່ງທີ່ເວົ້າໄປກ່ອນນີ້ແລ້ວວ່າ ອາຍຸຫຼາຍຂຶ້ນຍິ່ງຕ້ອງມີຄວາມຮັບຜິດຊອບຫຼາຍຂຶ້ນ ຄວນໃສ່ໃຈ ແລະ ຂັບລົດຢ່າງລະມັດລະວັງ (ບໍ່ຄວນຂັບໄວ, ເມົາບໍ່ຂັບ, ບໍ່ຄວນຫຼິ້ນມືຖືໃນຂະນະຂັບລົດ…) ເພື່ອບໍ່ໃຫ້ເກີດອັນຕະລາຍຕໍ່ຕົວເອງ ແລະ ຜູ້ອື່ນ, ທ່ານຍັງບໍ່ສາຍເກີນໄປທີ່ຈະຄິດໄດ້.
12. ຢຸດນິໄສຕິດເກມຕະຫຼອດເວລາ: ເກມເປັນກິດຈະກຳທີ່ຊ່ວຍຂ້າເວລາ ແລະ ຄາຍຄຽດໄດ້ດີ,ແຕ່ຖ້າຫຼິ້ນຫຼາຍເກີນໄປ ແລະ ຫຼິ້ນຕະຫຼອດເວລາ ມັນບໍ່ແມ່ນເລື່ອງທີ່ດີເລີຍຍິ່ງອາຍຸ 30 ແລ້ວ ຄວນຫຼີກລ້ຽງ ຫຼື ຫຼິ້ນພໍດີ.
13. ຢຸດການເພີ່ມຮອຍສັກໃຫ້ຕົວເອງ: ທ່ານອາດຈະເກີດອາການອາຍ ແລະ ຕ້ອງປົກປິດຮອຍສັກຂອງທ່ານໄວ້ ເມື່ອທ່ານຕ້ອງເຮັດວຽກໃນບໍລິສັດໃຫຍ່ທີ່ເຂັ້ມງວດ, ຮອຍສັກທີ່ທ່ານມີຕັ້ງແຕ່ທຳອິດຕອນເປັນໄວລຸ້ນອາດຈະບໍ່ເປັນຫຍັງຫຼາຍເບີ່ງຄືວ່າເທ່ດີ ໂດຍສະເພາະໄດ້ເອົາລາຍໄປອວດໂຊໝູ່ຕອນເມົາ ແລະ ຫຼີ້ນກີລາ, ແຕ່ທ່ານຈະອະທິບາຍແນວໃດຖ້າເມື່ອນາຍມາເຫັນຮອຍສັກອັນໃໝ່ ທີ່ທ່ານຫາກໍ່ໄປສັກມາ ຕອນທ່ານອາຍຸ 30 ນີ້.
14. ຢຸດປິດກັ້ນຈິດໃຈຕົວເອງທີ່ຈະຮຽນຮູ້ສິ່ງໃໝ່ໆ: ໄລຍະເວລາທີ່ຜ່ານມາທ່ານອາດຈະພາດອັນໃດຫຼາຍໆຢ່າງໄປເພາະການປິດໃຈຕົວເອງໄວ້ ພຽງແຕ່ລອງເປີດໃຈ ແລະ ຮຽນຮູ້ທ່ານຈະພົບວ່າໂລກມັນກວ້າງກວ່າທີ່ທ່ານຄິດ.
ຢ່າງໃດກໍ່ຕາມ, ການດຳເນີນຊີວິດຂອງແຕ່ລະຄົນອາດຈະບໍ່ຄືກັນ. ດັງນັ້ນ, ບາງຄົນອາດຈະເຮັດບໍ່ໄດ້ທຸກຂໍ້ບໍ່ເປັນຫຍັງ ແຕ່ຢ່າງໜ້ອຍຂໍພຽງເຮົາໄດ້ເລືອກເຮັດຂໍ້ທີ່ເຮັດແລ້ວຮູ້ສຶກສະບາຍໃຈ, ມີຄວາມສຸກກັບສິ່ງທີ່ກຳລັງເຮັດຢູ່, ບໍ່ເດືອດຮ້ອນຕົວເອງ ຫຼື ຄົນອື່ນໆກໍ່ພຽງພໍແລ້ວ.
ໂດຍ:ຈັນໂທ
ທີ່ມາ:vientianehour

วันอาทิตย์ที่ 21 มกราคม พ.ศ. 2561

10 ປະໂຫຍດຂອງເບຍ 


          "ເບຍ" ແມ່ນເຄື່ອງດື່ມທີ່ພວກເຮົາຮູ້ຈັກດີ. ແຕ່ຄົນຈໍານວນຫຼາຍອາດຈະຄິດວ່າເບຍແມ່ນເຄື່ອງດື່ມທີ່ຫ້າມ ສຳລັບຄົນຮັກສາສຸຂະພາບ. ແຕ່ຄວາມຈິງແລ້ວ, "ເບຍ" ມີຜົນປະໂຫຍດຫຼາຍຢ່າງທີ່ພວກເຮົາອາດຈະບໍ່ຮູ້ມາກ່ອນວ່າມັນຈະມີຜົນດີຕໍ່ຮ່າງກາຍຂອງພວກເຮົາ 10 ຂໍ້. ນັກຄົ້ນຄວ້າ ເວົ້າວ່າເບຍນັ້ນມີປະໂຫຍດຕໍ່ຮ່າງກາຍ ແລະ ດີຕໍ່ຫົວໃຈ ຈາກການຄົ້ນຄວ້າຂອງມະຫາວິທະຍາໄລ Emory. ແມ່ຍິງແລະຜູ້ຊາຍສູງອາຍຸ 2,200 ຄົນ ທີ່ດື່ມເບຍ ມື້ລະ 1.5 ແກ້ວຕໍ່ມື້ມີຄວາມສ່ຽງຕໍ່ໂລກຫົວໃຈລົ້ມເຫຼວ  50% .  ເບຍຍັງດີສໍາລັບສະຫມອງອີກດ້ວຍ. ນັກວິທະຍາສາດໃນ Boston ໄດ້ພົບເຫັນວ່າຜູ້ທີ່ດື່ມເບຍແຕ່ ໜຶ່ງຫາຫົກແກ້ວຕໍ່ອາທິດ. ຈົນເຖິງຜູ້ທີ່ດື່ມ 7-14 ແກ້ວຕໍ່ອາທິດ. ຈະເກີດການຊັກໄດ້ນ້ອຍກວ່າຜູ້ທີ່ບໍ່ດື່ມເບຍ. ແຕ່ຖ້າທ່ານດື່ມຫຼາຍກວ່ານີ້ ຈະມີອາການຊັກຫຼາຍທີ່ສຸດ. ເນື່ອງຈາກວ່າເບຍສາມາດຊ່ວຍຫຼຸດຜ່ອນຂະຫນາດຂອງເມັດເລືອດ ແລະ ບໍ່ເຮັດໃຫ້ເລືອດໄຫຼເຂົ້າໃນສະຫມອງ. ເຊິ່ງຈະສົ່ງຜົນດີແນວໃດມາອ່ານກັນເລີຍ.

        1. ສົ່ງຜົນດີຕໍ່ຫມາກໄຂ່ຫຼັງ: ອີງຕາມການຄົ້ນຄວ້າໃນຟິນແລນພົບວ່າດື່ມເບຍຢ່າງເປັນປົກກະຕິ. ຈະຊ່ວຍຫຼຸດຜ່ອນໜິ້ວຫມາກໄຂ່ຫຼັງໄດ້ຫຼາຍກວ່າປົກກະຕິ. ເນື່ອງຈາກວ່າເບຍຈະເຮັດໃຫ້ຮ່າງກາຍມີການຂັບປັດສະວະໄດ້ຫຼາຍກວ່າການດື່ມນ້ຳທຳມະດາ. ຈຶ່ງເວົ້າໄດ້ວ່າ ຊ່ວຍຫຼຸດແຄຊຽມໃນຫມາກໄຂ່ຫຼັງໄດ້ເປັນຢ່າງດີ.
        2. ຫຼຸດຜ່ອນຄວາມສ່ຽງໃນການເປັນພະຍາດເບົາຫວານ: ຜູ້ທີ່ດື່ມເບຍ 2 ຈອກ ຕໍ່ມື້ແມ່ນມີໂອກາດຫນ້ອຍທີ່ຈະເປັນພະຍາດເບົາຫວານກວ່າຜູ້ທີ່ດື່ມຫຼາຍກວ່າ 2 ຈອກຕໍ່ມື້ເຖິງ 25%. ນັ້ນສະແດງວ່າການດື່ມເບຍໃນປະລິມານທີ່ເໝາະສົມຈະເຮັດໃຫ້ຮ່າງກາຍຜະລິດ insulin ຢ່າງມີປະສິດທິຜົນ.

       3. ຊ່ວຍຮັກສາຄວາມດັນເລືອດ: ອີງຕາມການສຶກສາຂອງວິທະຍາໄລ Harvard ພົບວ່າຜູ້ທີ່ດື່ມເບຍ 1 ຫາ 2 ຈອກຕໍ່ມື້ກໍ່ຈະມີຄວາມດັນເລືອດຫນ້ອຍກ່ວາຄົນທີ່ສະເລ່ຍ. ຍິ່ງໄປກວ່ານັ້ນ, ຜົນໄດ້ຮັບແມ່ນດີກ່ວາດື່ມວາຍແດງອີກດ້ວຍ.
      4. ຫຼຸດຜ່ອນຄວາມສ່ຽງກ່ຽວກັບໂລກຫຼອດເລືອດໃນສະໝອງ: ເນື່ອງຈາກເບຍຮັກສາຄວາມດັນເລືອດ ສະນັ້ນດື່ມເບຍໃນຈໍານວນທີ່ເໝາະສົມ. ຈະປ້ອງກັນການ ການອຸຕັນຂອງໄຂມັນໃນເສັ້ນເລືອດໄດ້ດີ ລວມທັງການໄຫລຂອງເລືອດໃນຮ່າງກາຍ.

       5. ກະດູກແຂງແຮງ: ການຄົ້ນຄວ້າຫຼາຍຢ່າງ ໄດ້ແນະນໍາວ່າການດື່ມເບຍໃນປະລິມານທີ່ເໝາະສົມ ສານທີ່ຢູ່ໃນເບຍ ຈະເຮັດໃຫ້ມວນກະດູກແໜ້ນຂຶ້ນ ແຕ່ວ່າຈະໄດ້ຜົນດີ ສຳລັບໝຸ່ມສາວເປັນຫຼັກ.
       6. ປ້ອງກັນໂລກນອນບໍ່ຫຼັບ: ບາງສານຈາກດອກ HOBS ທີ່ເປັນສ່ວນປະກອບຕົ້ນຕໍຂອງເບຍນັນ. ຈະເຮັດຫນ້າທີ່ເໝືອນຢານອນຫຼັບຈາກທຳມະຊາດທໍາມະຊາດ.  ດັ່ງນັ້ນຖ້າທ່ານດື່ມເບຍໃນຕອນຄ່ໍາ ມັນເຮັດໃຫ້ເຈົ້າຮູ້ສຶກວ່ານອນຫລັບໃນຕອນກາງຄືນ.

      7. ຫຼຸດຜ່ອນຄວາມສ່ຽງຕໍ່ການເປັນມະເຮັງ: ຄົນປອກຕຸຍການໄດ້ສຶກສາວ່າ ການໝັກຊີ້ນດ້ວຍເບຍ ຈະຊ່ວຍຫຼຸດຜ່ອນສານກໍ່ມະເລັງໃນຊີ້ນສູງເຖິງ 70% ເນື່ອງຈາກວ່າ ນ້ຳຕານໃນເບຍ ຈະໄປຢຸດສານກໍ່ມະເລັງ ແລະ ລະບົບການຂັບໄລ່ຂອງເສຍອອກຈາກຮ່າງກາຍດີຕາມໄປດ້ວຍ.

      8. ໂລກ Alzheimer's: ດື່ມເບຍໃນລະດັບທີ່ພໍດີ ໃນແຕ່ລະມື້ ຈະເຮັດໃຫ້ສະຫມອງໂລ່ງ ແລະ ເຮັດວຽກດີຂຶ້ນ. ແບບລືນໄຫຼເລີຍກໍ່ວ່າໄດ້. ແຕ່ຖ້າຫຼາຍກວ່ານັ້ນທ່ານອາດຫາວນອນ ແລະ ເຮັດວຽກບໍ່ໄດ້
      9. ມູນຄ່າໂພຊະນາການສູງ: ເກືອບທຸກປະເພດຂອງເບຍມີເສັ້ນໃຍອາຫານສູງ ແລະ ມີສານອື່ນໆເຊັ່ນ: ອາຊິດໂຟລິກ, ວິຕາມິນຊີ, ວິຕາມິນ B6 ແລະ B12. ເບຍບາງປະເພດຍັງມີພະລັງງານ.ຫນ້ອຍກວ່າ 100 ດ້ວຍຊ້ຳໄປ.

     10. ເຮັດໃຫ້ຜິວງາມ: ວິຕາມິນໃນເບຍບາງຊະນິດເຊັ່ນ: Pantothenic Acid, Vitamin B3 ແລະ Niacin ຈະກະຕຸ້ນການຜະລິດຈຸລັງຜິວຫນັງໃຫມ່. ເສີມຂະຫຍາຍ collagen ແລະເມັດສີຜິວສີຮຽບນຽນ ແລະ ອ່ອນນຸ້ມລົງໄດ້.

ເຖິງຢ່າງໃດກໍ່ຕາມ, ພວກເຮົາຈະເວົ້າກ່ຽວກັບຜົນປະໂຫຍດຂອງການດື່ມເບຍ 10 ລາຍການ, ແຕ່ວ່າແຕ່ລະຂໍ້ຈະມີການກຳກັບວ່າ ຕ້ອງດື່ມເບຍໃນລະດັບທີ່ເໝາະສົມເທົ່ານັ້ນ ເພື່ອໃຫ້ໄດ້ຮັບທາດອາຫານ ຫຼື ຜົນປະໂຫຍດທີ່ຖືກຕ້ອງ.
http://theicon.global/posts/qM6uZB

วันศุกร์ที่ 19 มกราคม พ.ศ. 2561




ແຂວງບໍ່ແກ້ວຈັດງານບຸນປະເພນີບັນດາເຜົ່າຕ້ອນຮັບປີທ່ອງທ່ຽວລາວ


           ທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງບໍ່ແກ້ວ ໃຫ້ກຽດເຂົ້າ ຮ່ວມລັ່ນຄ້ອງ 9 ບາດ, ພ້ອມ ຕັດແຖບຜ້າ ເພື່ອເປັນສີລິມຸງ ຄຸນໃຫ້ແກ່ງານບຸນປະເພນີບັນ ດາເຜົ່າ ທົ່ວແຂວງບໍ່ແກ້ວ, ທີ່ໄດ້ ຈັດຂຶ້ນໃນທ້າຍອາທິດຜ່ານມາ ນີ້. ເພື່ອຕ້ອນຮັບປີທ່ອງທ່ຽວ ລາວໃຫ້ມີບັນຍາກາດຟົດຟື້ນ.


          ທ່ານ ຮອງເຈົ້າແຂວງ ບໍ່ແກ້ວ ທັງເປັນຜູ້ຊີນຳວຽກ ງານວັດທະນະທຳ-ສັງຄົມ ກ່າວວ່າ: ການຈັດງານບຸນ ປະ ເພນີບັນດາເຜົ່າຄັ້ງນີ້ນອກ ຈາກເປັນການຕ້ອນຮັບປີ ທ່ອງທ່ຽວລາວ, ເຊິ່ງພາຍໃນ ຍັງເປັນການອານຸລັກຮັກສາ ວັດທະນະທຳ ແລະ ຮີດຄອງ ປະເພນີອັນດີງາມຂອງເຜົ່າ ຕ່າງໆອີກດ້ວຍ, ດັ່ງນັ້ນໃນ ງານໄດ້ມີການປະກວດອາ ພອນເພດຂອງ 13 ເຜົ່າ, ການ ສະແດງຮີດຄອງປະເພນີ ແລະວິຖີການດຳລົງຊີວິດ ຂອງແຕ່ລະເຜົ່າ. ການສະ ແດງສິລະປະ-ວັນນະຄະດີອັນ ໄດ້ ສ່ອງແສງໃຫ້ເຫັນຮີດຄອງ ປະເພນີ, ການນຸ່ງຖືທີ່ເປັນ ເອກະລັກຂອງບັນດາເຜົ່າ. ນອກນີ້, ຍັງມີການປະກວດ ນັກຮ້ອງສຽງດີ ໃນລະດັບ ແຂວງ ແລະ ການແຂ່ງຂັນ ກິລາ ປະເພດຕ່າງໆ, ເພື່ອສ້າງ ບັນຍາກາດເບີກບານມ່ວນ ຊື່ນສ້າງຄວາມຈັບອົກຈັບ ໃຈໃຫ້ຜູ້ມາທ່ຽວຊົມໄດ້ເປັນ ຢ່າງດີ.

           ງານບຸນ ປະເພນີບັນດາ ເຜົ່າແຕ່ລະປີຈະຈັດຂຶ້ນພາຍ ຫລັງສຳເລັດການເກັບກູ້ຜົນ ຜະລິດແລ້ວ ປະຊາຊົນໄດ້ ພ້ອມກັນສະຫລອງບຸນດັ່ງ ກ່າວ. ເປັນງານເທດສະການ ລະດັບແຂວງ ແລະ ໄດ້ເລີ່ມ ຈັດຕັ້ງມາແຕ່ປີ 2010, ໂດຍຖື ເອົາວັນທີ 9 ເດືອນຍີ່ ລາວ(ມັງ ກອນ) ເປັນມື້ຈັດງານ, ໂດຍ ຕິດພັນກັບຍຸດທະສາດຂອງ ເມືອງທີ່ວ່າ “ສ້າງເມືອງພຽງ ເປັນເມືອງຜະລິດສະບຽງ ອາຫານຕິດພັນກັບການປຸງ ແຕ່ງ, ບໍລິການທາງຜ່ານ, ທ່ອງທ່ຽວທຳມະຊາດ ແລະ ວັດທະນະທຳ.
         ໃນງານຍັງມີການວາງສະແດງ ແລະ ຈຳໜ່າຍສິນ ຄ້າ, ຜະລິດຕະພັນກະສິກຳ ຂອງບັນດາຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະ ເທດ, ສິນຄ້າ 1 ເມືອງ 1 ຜະ ລິດຕະພັນ (ODOP) ຈາກ ບັນດາແຂວງອ້ອມຂ້າງ ແລະ ເຄືອງອຸປະໂພກບໍລິໂພກຈາກ ສສ ຫວຽດນາມ ແລະ ຣາຊະ ອານາຈັກໄທ ລວມເກືອບ 100 ຫ້ອງເພື່ອແນໃສ່ສົ່ງ ເສີມ ແລະ ກະຕຸກຊຸກຍູ້ໃຫ້ປະຊາ ຊົນມີເງື່ອນໄຂຜະລິດເປັນສິນ ຄ້າຫລາຍຂຶ້ນ.
ຂໍ້ມູນ : ໜັງສືພິມ ລາວພັດທະນາ

ແນະນຳ

ວັນວາເລນໄທນ໌ແມ່ນວັນຫຍັງ ແລະ ເກີດຂຶ້ນໄດ້ແນວໃດ ?

ວັນວາເລນໄທນ໌ແມ່ນວັນຫຍັງ ແລະ ເກີດຂຶ້ນໄດ້ແນວໃດ ?              ວາເລນໄທນ໌ ຫຼືວັນແຫ່ງຄວາມຮັກ ເປັນຫຍັງຈຶ່ງຕ້ອງເປັນວັນທີ 14 ກຸມພາ ເປັນຄຳຖາມທີ່ໜ້...

sponsor

sponsor